• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AstraZeneca ໃຫ້ຄຳໝັ້ນສັນຍາຍູ້ແຮງການສະໜອງວັນຊິນໃຫ້ແກ່ຫວຽດນາມ

      ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ທ່ານຜູ້ອຳນວຍການໃຫຍ່ Pascal Soriot ເອົາໃຈໃສ່ຊີ້ນຳຍູ້ແຮງຄວາມຄືບໜ້າການສົ່ງວັກຊິນໃຫ້ແກ່ຫວຽດນາມ, ໃນຕໍ່ໜ້າແມ່ນປະຕິບັດສຳເລັດການມອບວັກຊິນ 8 ລ້ານໂດສ ໃນເດືອນ ສິງຫາ
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ
(ພາບ: TTXVN)
      ຕອນບ່າຍວັນທີ 19 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ AstraZeneca Pascal Soriot. ທີ່ການໂອ້ລົມ, ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນຂອງ AstraZeneca ໃນການຕ້ານໂລກລະບາດໂຄວິດ-19 ໃນທົ່ວໂລກ ກໍຄືໃນວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ຫວຽດນາມ.
        ໃນສະພາບໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ທ່ານຜູ້ອຳນວຍການໃຫຍ່ Pascal Soriot ເອົາໃຈໃສ່ຊີ້ນຳຍູ້ແຮງຄວາມຄືບໜ້າການສົ່ງວັກຊິນໃຫ້ແກ່ຫວຽດນາມ, ໃນຕໍ່ໜ້າແມ່ນປະຕິບັດສຳເລັດການມອບວັກຊິນ 8 ລ້ານໂດສ ໃນເດືອນ ສິງຫາ, ພ້ອມທັງເພີ່ມທະວີ ແລະ ມານະພະຍາຍາມປະຕິບັດສຳເລັດສັນຍາສະໜອງວັກຊິນໃຫ້ແກ່ ຫວຽດນາມ ໃນເດືອນ ກັນຍາ ແລະ ແຜນການຮອດທ້າຍປີ 2021. ທ່ານນາຍົກລັດຖະມົນຕີສະເໜີ ແລະ ປາດຖະໜາວ່າ AstraZeneca ພິຈາລະນາ, ແລກປ່ຽນກັບບັນດາປະເທດອື່ນເພື່ອຢືມ, ຊ່ວຍເຫຼືອວັກຊິນທີ່ຍັງບໍ່ທັນມີຄວາມຕ້ອງການນຳໃຊ້; ພ້ອມທັງສົ່ງເສີມບັນດາສັນຍາວັກຊິນສະຫງວນໃຫ້ແກ່ເດັກ ແລະ ຜູ້ອາຍຸຕ່ຳກວ່າ 18 ປີ, ບັນດາຜູ້ມມີຄວາມສ່ຽງສູງກວ່າເພີ່ນ, ຜູ້ມີພະຍາດຕິດຕົວ.
        ທ່ານຜູ້ອຳນວຍການໃຫຍ່ Pascal Soriot ໃຫ້ຄຳໝັ້ນສັນຍາວ່າ ຈະສະໜອງວັກຊິນຖືກຕ້ອງຕາມແຜນການ ແລະ ຈະມານະພະຍາຍາມຮູ້ແຮງຈຳນວນວັກຊິນຫຼາຍກວ່າຄຳໝັ້ນສັນຍາຜ່ານກົນໄກ COVAX, ແຫຼ່ງຮັບວັກຊິນຈາກກຸ່ມບໍລິສັດ ແລະ ບັນດາແຫຼ່ງອື່ນໆໂດຍກົງ. ໃນໄລຍະຈະມາເຖິງ, AstraZeneca ຈະມານະພະຍາຍາມເປັນຢ່າງສູງສຸດ, ຕັ້ງໜ້າຕອບສະໜອງບັນດາຂໍ້ສະເໜີຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top