• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Asiatimes: ເສດຖະກິດ ຫວຽດນາມ ຈະຟື້ນຟູໂດຍໄວ

      ບົດຂຽນທີ່ຫາກໍເອົາລົງໃນເວັບໄຊ  Asiatimes ໄດ້ໃຫ້ຂໍ້ສັງເກດວ່າ ເຖິງວ່າໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຄືນໃໝ່ກໍຕາມ ແຕ່ໃນໄລຍະຍາວ, ບັນດານັກຊ່ຽວຊານ ຍັງຄົງເຊື່ອໝັ້ນວ່າ ພື້ນຖານເສດຖະກິດຂອງ ຫວຽດນາມ ຈະຟື້ນຟູໂດຍໄວ ພາຍຫຼັງການກັບມາແຜ່ລະບາດໃນຄັ້ງນີ້.

 (ພາບປະກອບ: TTXVN)
      ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຍັງຄົງບັນລຸຜົນສຳເລັດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ເຖິງວ່າໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ. ບົດຂຽນກໍໄດ້ຄັດສະເໜີຄຳເວົ້າຂອງ ທ່ານ Kenneth Atkinson, ຜູ້ຮ່ວມກໍ່ຕັ້ງບໍລິສັດການບັນຊີສາກົນ Grant Thornton  ແລະ ຮອງປະທານສະພາທີ່ປຶກສາຂະແໜງການທ່ອງທ່ຽວ ຢູ່ຫວຽດນາມ ໂດຍໃຫ້ຮູ້ວ່າ: ໃນການກັບມາແຜ່ລະບາດໃນຄັ້ງໃໝ່ນີ້ ໄດ້ເຮັດໃຫ້ການເປີດປະຕູດ່ານຊາຍແດນມີຄວາມລະມັດລະວັງກວ່າ ແລະ ນີ້ກໍແມ່ນສິ່ງທ້າທາຍໃຫຍ່ທີ່ສຸດສຳລັບບັນດາບໍລິສັດທີ່ຢາກຟື້ນຟູບັນດາການເຄື່ອນໄຫວການທ່ອງທ່ຽວ ແລະ ການໂຮງແຮມ. ເຖິງຢ່າງໃດກໍຕາມ, ຂະແໜງການທ່ອງທ່ຽວພາຍໃນປະເທດ ອາດຈະນຳມາເຊິ່ງຄວາມຫວັງໃຫ້ແກ່ຂົງເຂດການທ່ອງທ່ຽວ ແລະ ການໂຮງແຮມ.
        ທ່ານ Kenneth Atkinson ຫວັງວ່າ ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (EVFTA) ຫາກໍ່ມີຜົນສັກສິດຫວ່າງມໍ່ໆມານີ້ ຈະດຶງດູດນັກລົງທຶນຕ່າງປະເທດ ແລະ ບາງບໍລິສັດ ເອີຣົບ ຈະດຳເນີນການຜະລິດຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top