• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ASEAN Para Games 2022: ຫວຽດນາມ ຢືນອັນດັບທີ 3

ຄະນະນັກກິລາຄົນພິການ ຫວຽດນາມ ຄວ້າໄດ້ 183 ຫຼຽນ, ໃນນັ້ນ ມີ 65 ຫຼຽນຄຳ, 62 ຫຼຽນເງິນ ແລະ 56 ຫຼຽນທອງ.

ຄະນະນັກກິລາຄົນພິການ ຫວຽດນາມ ຄວ້າໄດ້ 183 ຫຼຽນ, ໃນນັ້ນ ມີ 65 ຫຼຽນຄຳ, 62 ຫຼຽນເງິນ ແລະ 56 ຫຼຽນທອງ.

   

ຫວຽດນາມ ຢືນອັນດັບທີ 3 ຖັດຈາກ ອິນໂດເນເຊຍ ແລະ ໄທ

(ພາບ: TTXVN)

ພາຍຫຼັງແຂ່ງຂັນເປັນເວລາກວ່າ 1 ອາທິດ, ງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ (ASEAN Para Games) ຄັ້ງທີ 11 ໄດ້ອັດລົງ. ກ່າວຄຳເຫັນທີ່ພິທີອັດ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ຢືນຢັນວ່າ ອິນໂດເນເຊຍ ມີຄວາມເອກອ້າງທະນົງໃຈໄດ້ເປັນປະເທດເຈົ້າພາບຈັດ ASEAN Para Games 11 ແລະ ຖືວ່າ, ນ້ຳໃຈຄວາມສາມັກຄີລະຫວ່າງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ສະແດງອອກຜ່ານບັນດານັກກິລາ ທີ່ ASEAN Para Games 11 ນັ້ນ ຈະແມ່ນ “ກຳລັງແຮງທີ່ໃຫຍ່ຫຼວງສຳລັບພາກພື້ນ ແລະ ຄົນພິການ”.

ທີ່ ASEAN Para Games 11, ຄະນະນັກກິລາຄົນພິການ ຫວຽດນາມ ຄວ້າໄດ້ 183 ຫຼຽນ, ໃນນັ້ນ ມີ 65 ຫຼຽນຄຳ, 62 ຫຼຽນເງິນ ແລະ 56 ຫຼຽນທອງ, ຢືນອັນດັບທີ 3 ຖັດຈາກ ອິນໂດເນເຊຍ ແລະ ໄທ.

(ແຫຼ່ງຄັດຈາກ VOV)

 


Top