• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC (SOM 3): ແບ່ງປັນບົດຮຽນສາທາລະນະສຸກທົ່ວເຖິງທົ່ວປວງຊົນ

      ຫວຽດນາມ ມີຄຳໝັ້ນສັນຍາຢ່າງແຮງ, ການນຳພາຂອງລັດຖະບານ ແລະ ຄວາມມານະພະຍາຍາມຂອງລະບົບການເມືອງ, ພິເສດແມ່ນຂະແໜງສາທາລະນະສຸກ ໃນການເພີ່ມລະດັບການນຳໃຊ້ຂອງປະກັນສຸຂະພາບໃນປະຊາຊົນ. 

ກອງປະຊຸມກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ
      ກອງປະຊຸມຂັ້ນສູງຄັ້ງທີ 7 ກ່ຽວກັບ ສາທາລະນະສຸກ ແລະ ເສດຖະກິດໃນຂອບເຂດ SOM 3- APEC, ຢູ່ນະຄອນ ໂຮ່ຈີມິນ, ສືບຕໍ່ເຮັດວຽກເປັນມື້ສຸດທ້າຍໃນວັນທີ 24 ສິງຫາ. ທີ່ກອງປະຊຸມ, ບັນດາພື້ນຖານເສດຖະກິດ APEC ກໍ່ແບ່ງປັນກ່ຽວກັບບັນດາບົດຮຽນນຳໃຊ້ຮູບແບບຄູ່ຮ່ວມມືພາກລັດ - ເອກະຊົນ ແລະ ການຮ່ວມມືຫຼາຍຂະແຫຼງເພື່ອປະຕິບັດຄາດໝາຍເພື່ອ ອາຊີ - ປາຊີຟິກ ແຂງແຮງຮອດປີ 2020. ທ່ານນາງ ເຈີ່ນທິຢ໋າງເຮືອງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:
        ຫວຽດນາມ ມີຄຳໝັ້ນສັນຍາຢ່າງແຮງ, ການນຳພາຂອງລັດຖະບານ ແລະ ຄວາມມານະພະຍາຍາມຂອງລະບົບການເມືອງ, ພິເສດແມ່ນຂະແໜງສາທາລະນະສຸກ ໃນການເພີ່ມລະດັບການນຳໃຊ້ຂອງປະກັນສຸຂະພາບໃນປະຊາຊົນ. ເມື່ອປະຊາຊົນໄດ້ປົກປັກຮັກສາຍ້ອນບັດປະກັນສຸຂະພາບແລ້ວ, ເມື່ອສຸຂະພາບມີບັນຫາຈະມີບັດປະກັນສຸຂະພາບຈ່າຍເງິນໃຫ້
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ວັນທີ 18 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 36 ຂອງ ບັນດາປະເທດພາຄີ ສົນທິສັນຍາອົງການສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ (ສ ອາເມລິກາ), ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ, ຮອງຜູ້ນຳນວຍການ ສະຖາບັນການຕ່າງປະເທດ, ຜູ້ສະໝັກຮັບເລືອກຕັ້ງ ຂອງ ຫວຽດນາມ ໄດ້ຮັບເລືອກຕັ້ງ ເຂົ້າໃນຕຳແໜ່ງ ຜູ້ພິພາກສາ ສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026-2035 ດ້ວຍຄະແນນສຽງສູງສຸດ ໃນພາກພື້ນ ອາຊີ - ປາຊີຟິກ.

Top