• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017: ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຕີລາຄາການພົວພັນ 2 ຝ່າຍນັບມື້ນັບພັດທະນາ

      ທ່ານໃຫ້ຮູ້ວ່າ: ໜຶ່ງໃນບັນດາເປົ້າໝາຍຂອງການເຂົ້າຮ່ວມ APEC ຄັ້ງນີ້ ແມ່ນກາລະໂອກາດເພື່ອໃຫ້ທ່ານປະທານາທິບໍດີ Donald Trump ອະທິບາຍກ່ຽວກັບນະໂຍບາຍຂອງ ອາເມລິກາ ...

ທ່ານ David Shear, ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ຜູ້ທີ່ສອງເບື້ອງຊ້າຍ)
(ພາບ: Hoang hai/TTXVN) 
      ເນື່ອງໃນໂອກາດທ່ານປະທານາທິບໍດີ ອາເມລິກາ Donald Trump ກະກຽມການປະຕິບັດງານຢູ່ ອາຊີ, ເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ແລະ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ວໍຊິງຕັນ ໄດ້ສຳພາດທ່ານ David Shear, ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ອະດີດຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ. ທ່ານໃຫ້ຮູ້ວ່າ: ໜຶ່ງໃນບັນດາເປົ້າໝາຍຂອງການເຂົ້າຮ່ວມ APEC ຄັ້ງນີ້ ແມ່ນກາລະໂອກາດເພື່ອໃຫ້ທ່ານປະທານາທິບໍດີ Donald Trump ອະທິບາຍກ່ຽວກັບນະໂຍບາຍຂອງ ອາເມລິກາ ກ່ຽວກັບຄວາມໝັ້ນຄົງກໍ່ຄືເສດຖະກິດ ນັບແຕ່ເມື່ອ ວໍຊິງຕັນ ຖອນອອກຈາກສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ຕີລາຄາກ່ຽວກັບການພົວພັນ 2 ຝ່າຍ ລະຫວ່າງ ອາເມລິກາ ແລະ ຫວຽດນາມ ນັບແຕ່ເມື່ອທ່ານປະທານາທິບໍດີ  Donald Trump ຂຶ້ນກຳອຳນາດ, ແງ່ຫວັງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ພິເສດແມ່ນການຄ້າ ແລະ ການລົງທຶນ, ທ່ານອະດີດເອກອັກຄະລັດຖະທູດ David Shear ຖືວ່າ: ການພົວພັນ 2 ຝ່າຍລະຫວ່າງ ອາເມລິກາ ແລະ ຫວຽດນາມ ແມ່ນແຂງແຮງທີ່ສຸດ ແລະ ນັບມື້ນັບພັດທະນາ. 2 ຝ່າຍໄດ້ຊຸກຍູ້ການໂອ້ລົມສົນທະນາໃນຂົງເຂດປ້ອງກັນຊາດ ແລະ ເສດຖະກິດ. ດັ່ງນັ້ນ, ທ່ານຖືວ່າ, 2 ຝ່າຍໄດ້ສ້າງພື້ນຖານໃຫ້ແກ່ການຢ້ຽມຢາມ ຮ່າໂນ້ຍ ກໍ່ຄືການເຂົ້າຮ່ວມຂອງທ່ານປະທານາທິບໍດີ Donald Trump  ທີ່ກອງປະຊຸມສຸດຍອດ APEC ຢູ່ດ່ານັ້ງ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top