• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017: ຫວຽດນາມ ມານະພະຍາຍາມປັງປຸງນະໂຍບາຍກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ

      ໃນຂອບເຂດກອງປະຊຸມບັນດາເຈົ້າໜ້າທີອາວຸໂສ APEC ຄັ້ງທີ 3 (SOM 3) ແລະ ບັນດາກອງປະຊູມທີ່ກ່ຽວຂ້ອງ, ວັນທີ 21 ສິງຫາ, ກຸ່ມປະຕິບັດງານກ່ຽວກັບການຕ້ານການສໍ່ລາດບັງຫຼວງ ແລະ ຄວາມໂປ່ງໃສ (ACTWG) ໄດ້ຈັດຕັ້ງກອງປະຊຸມປະສານງານບັນດານັກອຸປະຖຳ. 

ຜູ້ແທນປະເທດຕ່າງໆເຂົ້າຮ່ວມກອງປະຊຸມ
      ນີ້ແມ່ນຂໍ້ລິເລີ່ມຂອງກອງປະຊຸມທະນາຍຄວາມ ອາເມລິກາ, ເພື່ອແນໃສ່ຊອກຮູ້ບັນດາຄວາມຕ້ອງການໜູນຊ່ວຍດ້ານເຕັກນິກໃຫ້ການປະຕິບັດງານຕ້ານການສໍ້ລາດບັງຫຼວງ ຂອງບັນດາພື້ນຖານເສດຖະກິດສະມາຊິກ APEC. ທ່ານ ຫງວຽນວັນແທັງ, ຮອງຫົວໜ້າອົງການກວດກາລັດຖະບານ ຫວຽດນາມ, ໃຫ້ຮູ້ວ່າ ຫວຽດນາມ ຫວັງວ່າພາຍຫຼັງກອງປະຊຸມນີ້, ບັນດານັກອຸປະຖຳສາກົນຈະສະໜັບສະໜູນຢ່າງຕັ້ງໜ້າ, ໜູນຊ່ວຍກ່ຽວກັບດ້ານເຕັກນິກ ແລະ ໃຫ້ຄຳປຶກສາແກ່ບັນດາພື້ນຖານເສດຖະກິດສະມາຊິກ APEC. ຫວຽດນາມ ປາຖະໜາຈະໄດ້ຮັບການໜູນຊ່ວຍຂອງສາກົນຢ່າງລະອຽດ ກ່ຽວກັບວຽກງານຮຽບຮຽງເອກະສານນິຕິກຳ; ຈັດຕັ້ງບັນດາການແລກປ່ຽນຄະນະຊ່ຽວຊານ; ຈັດຕັ້ງບັນດາກອງປະຊຸມສຳມະນາພາຍໃນປະເທດ; ເຂົ້າຮ່ວມບັນດາກອງປະຊຸມສຳມະນາ, ຝຶກອົບຮົມສາກົນ.
 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top