• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC ເຫັນດີເປັນເອກະສັນກ່ຽວກັບເລື່ອງເພີ່ມລະດັບແຈກຢາຍວັກຊີນກັນໂຄວິດ 19 ໂດຍໄວ

ບັນດາພື້ນຖານເສດຖະກິດ APEC ຈະຕັ້ງຫນ້າສະຫນັບສະຫນູນບັນດາການປຶກສາຫາລືກ່ຽວກັບເລື່ອງລົບລ້າງຊົ່ວຄາວບາງມາດຕະການປົກປ້ອງຊັບສິນທາງປັນຍາສຳລັບ ວັກຊີນ ກັນໂຄວິດ 19.

ຜູ້ຕາງຫນ້າປະເທດເຈົ້າພາບ APEC 2021. ພາບ: ສຳນັກຂ່າວສານຫວຽດນາມ 

ວັນທີ 5 ມິຖຸນາ ບັນດາທ່ານລັດຖະມົນຕີກະຊວງການຄ້າ ຂຶ້ນກັບ 21 ພື້ນຖານເສດຖະກິດສະມາຊິກ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ເຫັນດີເປັນເອກະສັນ ເປົ້າໝາຍບັນລຸໄດ້ການຟື້ນຟູເສດຖະກິດຢ່າງແຮງໃນສະພາບໂລກລະບາດໂຄວິດ 19, ເລີ່ມຕົ້ນດ້ວຍເລື່ອງເພີ່ມລະດັບແຈກຢາຍວັກຊີນໂດຍໄວ.

ໃນຖະແຫລງການຮ່ວມຊື່ງໄດ້ຍົກອອກມາທີ່ກອງປະຊຸມລັດຖະມົນຕີ APEC ຄັ້ງທີ 27 ຜ່ານທາງອອນລາຍ, ວັນທີ 5 ມິຖຸນາ ບັນດາທ່ານລັດຖະມົນຕີກະຊວງການຄ້າ APEC ເນັ້ນຫນັກເຖິງເລື່ອງຕ້ອງຮີບດ່ວນຍູ້ແຮງການຜະລິດ ແລະ ແຈກຢາຍວັກຊີນກັນໂຄວິດ 19 ຢ່າງປອດໄພ, ມີປະສິດທິຜົນ, ຮັບປະກັນຄຸນນະພາບ ແລະ ລາຄາເໝາະສົມ. ຖະແຫລງການກໍ່ເນັ້ນຫນັກວ່າບັນດາພື້ນຖານເສດຖະກິດ APEC ຈະຕັ້ງຫນ້າສະຫນັບສະຫນູນບັນດາການປຶກສາຫາລືກ່ຽວກັບເລື່ອງລົບລ້າງຊົ່ວຄາວບາງມາດຕະການປົກປ້ອງຊັບສິນທາງປັນຍາສຳລັບ ວັກຊີນ ກັນໂຄວິດ 19.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top