• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AMM 53: ເອກອັກຄະລັດຖະທູດ ລັດເຊຍຕີລາຄາສູງບັນດາຄວາມານະພະຍາຍາມຂອງ ຫວຽດນາມໃນບົດບາດເປັນປະທານ ອາຊຽນ

      ທ່ານ Alexander Ivanov ເອກອັກຄະລັດຖະທູດ ລັດເຊຍປະຈຳ ອາຊຽນ ໄດ້ຢັ້ງຢືນວ່າ ມົດສະກູຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມໃນຖານະເປັນປະທານອາຊຽນ 2020 ແລະ ບັນດາກົນໄກຕ່າງໆໂດຍອາຊຽນນຳໜ້າ. 

ທ່ານ Alexander Ivanov ເອກອັກຄະລັດຖະທູດ ລັດເຊຍປະຈຳ ອາຊຽນ (ພາບ: Twitter)
      ກ່ຽວກັບກອງປະຊຸມລັດຖະມົນຕີກະຊວງການຕ່່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານ ເອກອັກຄະລັດຖະທູດ Ivanov ຖືວ່າ ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ຂອງຕົນໃນຈຸດເວລາທີ່ປະສົບຄວາມຫຍຸ້ງຍາກທີ່ສຸດຍ້ອນໂລກລະບາດ Covid – 19. ຕາມນັກການທູດລັດເຊຍແລ້ວ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ຂັ້ນສູງ ອາຊີຕາເວັນອອກ (EAS) ຄັ້ງທີ 10 ແມ່ນບາດກ້າວສຳຄັນເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊີຕາເວັນອອກ - ໂດຍເປັນສະຖານທີ່ ທີ່ການນຳບັນດາປະເທດ ປຶກສາຫາລືກ່ຽວກັບບັນດາບັນຫາສະຖານະການຂອງພາກພື້ນ ອາຊີ - ປາຊີຟິກ.
        ທ່ານ ເອກອັກຄະລັດຖະທູດ Ivanov ກໍ່ໃຫ້ຮູ້ວ່າ ໂດຍບໍ່ຫົວຊາຕໍ່ໂລກລະບາດ Covid – 19, ການພົວພັນຮ່ວມມືລະຫວ່າງ ອາຊຽນ - ລັດເຊຍພວມພັດທະນາຢ່າງຕັ້ງໜ້າ. ສອງຝ່າຍພວມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃນທຸກໆຂົງເຂດ.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top