• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AIPA 41 ​ແມ່ນ​ບາດກ້າວ​ເດີນສໍາຄັນ​ເພື່ອ​ຊຸກຍູ້​ຄວາມ​ສາມັກຄີ, ການ​ຮ່ວມ​ມືລະ​ຫວ່າງ​ລັດຖະສະພາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ ອາຊຽນ

ຕອນເຊົ້າວັນທີ 10 ກັນຍາ, ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 41 (AIPA 41) ດ້ວຍຫົວຂໍ້ “ການທູດລັດຖະສະພາ ເພື່ອປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໄດ້ປິດລົງພາຍຫຼັງດໍາເນີນມາເປັນເວລາ 3 ວັນຜ່ານທາງອອນລາຍ. ພິທີປິດໄດ້ດໍາເນີນພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ປະທານ ກອງປະຊຸມສະມັດຊາໃຫຍ່ AIPA 41.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເປັນປະທານກອງປະຊຸມປິດ

ເມື່ອກ່າວສູນທອນພົດປິດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ກອງປະຊຸມ AIPA 41 ໄດ້ປະຕິບັດສໍາເລັດ 6 ວາລະປະຊຸມ, ປຶກສາຫາລືຢ່າງກົງໄປກົງມາກ່ຽວກັບບັນດາບັນຫາລວມຂອງ AIPA.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ໄດ້ຮັບຮູ້ຢ່າງຈະແຈ້ງກ່ຽວກັບສິ່ງທ້າທາຍໃນການປ້ອງກັນຄວາມໝັ້ນຄົງແບບເກົ່າ, ແບບໃໝ່ ແລະ ໂລກລະບາດໂຄວິດ - 19 ທີ່ໄດ້ວາງອອກໃຫ້ແກ່ພາກພື້ນ ແລະ ແຕ່ລະປະເທດ, ອັນໄດ້ຮຽກຮ້ອງໃຫ້ AIPA ຕ້ອງເພີ່ມທະວີຄວາມສາມັກຄີ, ພັດທະນາການທູດລັດຖະສະພາຢ່າງຮີບດ່ວນ ແລະ ພ້ອມກັນກໍ່ສ້າງປະຊາຄົມ ອາຊຽນ ໃຫ້ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື.

ກ່ຽວກັບເສດຖະກິດ, AIPA 41 ໄດ້ຍົກສູງຄວາມຕັດສິນໃຈໃນການສົມທົບຢ່າງກົມກຽວ ກົດໝາຍ, ນະໂຍບາຍກ່ຽວກັບເສດຖະກິດ, ການຄ້າ ເພື່ອແນໃສ່ຟື້ນຟູບັນດາການເຄື່ອນໄຫວເສດຖະກິດ, ການທ່ອງທ່ຽວ ພາຍຫຼັງ ໂລກລະບາດ Covid – 19, ພ້ອມທັງກຽມພ້ອມແລ້ວທີ່ຈະສະໜັບສະໜູນ ອາຊຽນລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ RCEP ໃນປີ 2020; ສະເໜີໃຫ້ລັດຖະບານບັນດາປະເທດ ສ້າງຄວາມສະດວກກ່ວາອີກໃຫ້ແກ່ການເຄື່ອນໄຫວການຄ້າ, ສ້າງພື້ນຖານເສດຖະກິດໝູນວຽນ ແລະ ນຳໃຊ້ພະລັງງານຜະລິດຄືນໃໝ່ເພື່ອການພັດທະນາແບບຍືນຍົງ. ກ່ຽວກັບຂົງເຂດວັດທະນະທຳ, ສັງຄົມ, ແມ່ຍິງ ແລະ ຊາວໜຸ່ມ, ກອງປະຊຸມສະມັດຊາໃຫຍ່ AIPA 41 ໄດ້ຮັບຮອງເອົາບັນດາຂໍ້ລິເລີ່ມສຳຄັນຄືການຊຸກຍູ້ການຮ່ວມມືດ້ານກົດໝາຍວ່າດ້ວຍການປ້ອງກັນ, ຄວບຄຸມຢາເສບຕິດ.

 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ ກອງປະຊຸມAIPA 41 ໄດ້ເຫັນດີເປັນເອກະພາບຕໍ່ເລື່ອງ ກອງປະຊຸມສະມາຊິກລັດຖະສະພາໜຸ່ມ AIPA ເປັນການເຄື່ອນໄຫວຕົ້ນຕໍໃນຂອບເຂດກອງປະຊຸມສະມັດຊາໃຫຍ່ AIPA. ສິ່ງນີ້ຊ່ວຍຍົກສູງຄວາມຮັບຮູ້ຂອງບັນດາລັດຖະສະພາ AIPA ກ່ຽວກັບບົດບາດຂອງສະມາຊິກລັດຖະສະພາໜຸ່ມ ຕໍ່ກັບບັນດາບັນຫາໃນພາກພື້ນ.


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມອບຕຳແໜ່ງປະທານ AIPA 42 ໃຫ້ແກ່ທ່ານ Pehin Dato Abdul Rahman Taib ປະທານສະພານິຕິກຳ ບຣູໄນດາລູຊາລາມ (ພາບ: baoquocte.vn)

ແລະກໍ່ໃນພິທີປິດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມອບຕຳແໜ່ງປະທານ AIPA 42 ໃຫ້ແກ່ທ່ານ Pehin Dato Abdul Rahman Taib ປະທານສະພານິຕິກຳ ບຣູໄນດາລູຊາລາມ.

        ກ່ອນພິທີອັດກອງປະຊຸມ, ກອງປະຊຸມສະມັດຊາໃຫຍ່ AIPA 41 ໄດ້ລົງນາມຖະແຫຼງການຮ່ວມ, ຮັບເອົາລັດຖະສະພາ ນອກແວແລະ ລັດຖະສະພາ ມາຣົກ ເປັນສະມາຊິກສັງເກດການຂອງ AIPA. ພ້ອມທັງ ດຳເນີນພິທີ ມອບ - ຮັບລາງວັນຍ້ອນuມີການອຸທິດສ່ວນຢ່າງດີເດັ່ນຂອງ AIPA ໃຫ້ແກ່ທ່ານນາງ ປານີ ຢາທໍ່ຕູ້  ປະທານສະພາແຫ່ງຊາດ ສປປ ລາວ ແລະ ທ່ານນາງ ຕ່ອງທິຟ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top