• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AIPA ແລະ ອາຊຽນ ສົມທົບກັນເພື່ອນຳອາຊຽນ ກ້າວເຂົ້າສູ່ເສັ້ນທາງພັດທະນາໃໝ່

      AIPA ປາດຖະໜາຢາກມີການແລກປ່ຽນ, ສົມທົບກັນລະຫວ່າງ AIPA ແລະ ອາຊຽນ ຢູ່ທຸກຂັ້ນໃຫ້ຫຼາຍກວ່າອີກ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ
(ພາບ: TTXVN)
      ຢູ່ນອກກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36, ຕອນບ່າຍວັນທີ 26 ມິຖຸນາ, ໄດ້ດຳເນີນການພົບປະທາງອອນລາຍລະຫວ່າງການນຳອາຊຽນ ແລະ ສະພາລັດຖະສະພາລະຫວ່າງຊາດອາຊຽນ (AIPA). ກ່າວຄຳເຫັນທີ່ການພົບປະ, ໃນຖານະເປັນປະທານ AIPA ຄັ້ງທີ 41, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ, AIPA ປາດຖະໜາຢາກມີການແລກປ່ຽນ, ສົມທົບກັນລະຫວ່າງ AIPA ແລະ ອາຊຽນ ຢູ່ທຸກຂັ້ນໃຫ້ຫຼາຍກວ່າອີກ. ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ໄດ້ສະເໜີ 3 ຂົງເຂດເຊິ່ງ AIPA ຈະຍູ້ແຮງໃນການຮ່ວມມືກັບອາຊຽນ. ທ່ານນາງກ່າວວ່າ.
        “ກ່ຽວກັບດ້ານການເມືອງ - ຄວາມໝັ້ນຄົງ, AIPA ສືບຕໍ່ເພີ່ມທະວີການຮ່ວມມືຮັບປະກັນລັກສະນະກະຈ່າງແຈ້ງ, ເປີດອົກເປີດໃຈ, ວິທີສຳຜັດອີງໃສ່ກົດໝາຍ ແລະ ເນັ້ນໜັກເຖິງບົດບາດໃຈກາງຂອງອາຊຽນ. ບັນດາລັດຖະສະພາ AIPA ໄດ້ຮັບຮູ້ຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ກໍຄືຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ, ບັນດາມາດຕະການປ້ອງກັນ ເພື່ອຍົກສູງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍ. ພວກຂ້າພະເຈົ້າໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການລະງັບໃຈດ້ວຍຕົນເອງ, ບໍ່ມີການກະທຳທີ່ຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ; ຢຶດໝັ້ນແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ເໝາະສົມກັບກົດໝາຍສາກົນ ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ພ້ອມທັງສະເໜີເພີ່ມທະວີການຮ່ວມມືຢ່າງແທ້ຈິງລະຫວ່າງ AIPA ແລະ ອາຊຽນ, ເສີມຂະຫຍາຍການພົວພັນຄູ່ຮ່ວມມືໃນການເຊື່ອມຕໍ່ໃນພາກພື້ນ, ຍົກສູງກຳລັງຄວາມສາມາດຂອງບັນດາປະເທດອາຊຽນ ຮັບມືກັບບັນດາບັນຫາຄວາມໝັ້ນຄົງແບບໃໝ່.”
        ກ່ຽວກັບດ້ານເສດຖະກິດ, ເພື່ອປະກອບສ່ວນສ້າງປະຊາຄົມເສດຖະກິດອາຊຽນ ກວມລວມ ແລະ ເຂັ້ມແຂງດ້ວຍຕົນເອງ, ບັນດາລັດຖະສະພາສະມາຊິກ AIPA ໃຫ້ຄຳໝັ້ນສັນຍາຊຸກຍູ້ການໃຫ້ສັດຕະຍາບັນບັນດາສັນຍາ, ຂໍ້ຕົກລົງພາກພື້ນ ຕາມທິດຍູ້ແຮງການຮ່ວມມືເພື່ອສ້າງບັນດານະໂຍບາຍພັດທະນາພື້ນຖານເສດຖະກິດ.
        ກ່ຽວກັບດ້ານວັດທະນະທຳ-ສັງຄົມ, AIPA ສົ່ງເສີມຍົກສູງບົດບາດຂອງແມ່ຍິງ, ເດັກນ້ອຍ ແລະ ຜູ້ອາຍຸສູງ ໃນການປະຕິບັດບັນດານະໂຍບາຍພັດທະນາເສດຖະກິດ, ສັງຄົມ, ຊົມເຊີຍບັນດາຄວາມມານະພະຍາຍາມຂອງອາຊຽນ ໃນປີ 2020 ກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top