• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AIPA ຈະ​ມ​າ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍຂອງ​ໂຄງ​ປະ​ກອບ​​ພາກ​ພື້ນ

ຜູ້ແທນບັນດາລັດຖະສະພາໄດ້ຢັ້ງຢືນວ່າຈະສືບຕໍ່ສະໜັບສະໜູນ, ເພີ່ມທະວີກຳລັງຄວາມສາມາດຂອງ ອາຊຽນໃນການແກ້ໄຂບັນດາສິ່ງທ້າທາຍແບບເກົ່າ ແລະ ແບບໃໝ່, ຖືປະຊາຊົນເປັນໃຈກາງ, ພິເສດແມ່ນການຮັບມືກັບໂລກລະບາດ Covid – 19.

ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງ ຊາດ ອາຊຽນ ຄັ້ງທີ 41, ໃນວັນທີ 9 ກັນຍາ, ກອງປະຊຸມຂອງຄະນະກຳມາທິການການເມືອງໄດ້ຖືກດຳເນີນດ້ວຍຫົວຂໍ້ວ່າ “ການທູດລັດຖະສະພາເພື່ອສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງໃນອາຊຽນ” ດ້ວຍຮູບການທາງອອນລາຍພາຍໃຕ້ການເປັນປະທານຂອງທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມາທິການການເມືອງຂອງ AIPA

        ສະຫຼຸບກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ໄດ້ຢັ້ງຢືນວ່າ:

        ບັນດາສະມາຊິກ ລັດຖະສະພາ AIPA ຈະພ້ອມກັນມານະພະຍາຍາມເພື່ອຊຸກຍູ້ການທູດລັດຖະສະພາ ແລະ ຊຸກຍູ້ການຮ່ວມມື, ຖືອາຊຽນເປັນໃຈກາງ. ສຳລັບບັນຫາທະເລຕາເວັນອອກ, ບັນດາສະມາຊິກລັດຖະສະພາ ໄດ້ເຫັນດີເຫັນພ້ອມຕໍ່ກັບເລື່ອງສືບຕໍ່ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຢູ່ ທະເລຕາເວັນອອກ (DOC)ໃຫ້ຄົບຖ້ວນ ແລະ ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດ, ມີປະສິດທິຜົນ, ສອດຄອງກັບກົດໝາຍສາກົນ, ສົນທິສັນຍາຂອງສປຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ຜູ້ແທນບັນດາລັດຖະສະພາໄດ້ຢັ້ງຢືນວ່າຈະສືບຕໍ່ສະໜັບສະໜູນ, ເພີ່ມທະວີກຳລັງຄວາມສາມາດຂອງ ອາຊຽນໃນການແກ້ໄຂບັນດາສິ່ງທ້າທາຍແບບເກົ່າ ແລະ ແບບໃໝ່, ຖືປະຊາຊົນເປັນໃຈກາງ, ພິເສດແມ່ນການຮັບມືກັບໂລກລະບາດ Covid – 19.

ກອງປະຊຸມຄະນະກຳມາທິການເສດຖະກິດ

ແລະໃນເຫດການທີ່ກ່ຽວຂ້ອງ, ທີ່ກອງປະຊຸມຂອງຄະນະກຳມາທິການເສດຖະກິດ AIPA, ທີ່ໄດ້ດຳເນີນໃນວັນທີ 9 ກັນຍາ, ດ້ວຍຫົວຂໍ້ວ່າ ບົດບາດຂອງລັດຖະສະພາໃນການຊຸກຍູ້ຄວາມຜູກພັນ ແລະ ຟື້ນຟູເສດຖະກິດອາຊຽນ ໄລຍະຫຼັງ ໂລກລະບາດ Covid – 19. ບັນດາຜູ້ແທນໄດ້ຖືວ່າ ໃນໄລຍະທີ່ຜ່ານມາ, ໂລກ ແລະ ພາກພື້ນ ໄດ້ເຫັນປະຈັກຕາການທຳລາຍທີ່ຮ້າຍແຮງຈາກໂລກລະບາດ Covid – 19 ເຊິ່ງບໍ່ພຽງແຕ່ເຮັດໃຫ້ຫຼາຍຄົນເສຍຊີວິດເທົ່ານັ້ນ ຫາກຍັງເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນນັບລ້ານຄົນຖືກປະສົບກັບຄວາມຫຍຸ້ງຍາກອີກດ້ວຍ. ຕ່າງໜ້າລັດຖະສະພາ ປະເທດ ບຣູໄນແບ່ງປັນວ່າ:

        ພວກຂ້າພະເຈົ້າໄດ້ສະໜັບສະໜູນບັນດາຄວາມມານະພະຍາຍາມທີ່ບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງ AIPA ເພື່ອຮັກສາພື້ນຖານເສດຖະກິດໃນພາກພື້ນໃຫ້ມີສະຖຽນລະພາບ ບົນເນື້ອໃນຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. ບໍ່ມີປະເທດໃດສາມາດຜ່ານຜ່າໂລກລະບາດ ນີ້ໄດ້ດ້ວຍຕົນເອງ. ພວກເຮົາຕ້ອງມີຄວາມເປັນເຈົ້າການ ແລະ ຕັ້ງໜ້າ. AIPA ຕ້ອງຮ່ວມມືນຳກັນເພື່ອພ້ອມກັບບັນດາປະເທດອາຊຽນຮັກສາ ພື້ນຖານເສດຖະກິດພາກພື້ນໃຫ້ມີສະຖຽນລະພາບ.

        ສິ້ນສຸດວາລະປຶກສາຫາລື, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຮັບຮອງເອົາຮ່າງມະຕິຕົກລົງກ່ຽວກັບ “ບົດບາດຂອງລັດຖະສະພາໃນການຊຸກຍູ້ຄວາມຜູກພັນ ແລະ ຟື້ນຟູເສດຖະກິດ ອາຊຽນໄລຍະຫຼັງ Covid – 19”.

(ແຫຼ່ງຄັດຈາກ VOV)

50 ປີ​ແຫ່ງວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ: ສື່ມວນ​ຊົນ ກຳ​ປູ​ເຈຍ ເຊີດ​ຊູ​ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ປອງດອງ​ຂອງ ຫວຽດ​ນາມ

50 ປີ​ແຫ່ງວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ: ສື່ມວນ​ຊົນ ກຳ​ປູ​ເຈຍ ເຊີດ​ຊູ​ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ປອງດອງ​ຂອງ ຫວຽດ​ນາມ

ດ້ວຍຫົວຂໍ້ “ຫວຽດນາມ ພາຍຫຼັງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ຄວາມວັດທະນາຖາວອນ ແລະ ປອງດອງ”, ນັກຮຽນຮູ້ Uch Leang ຊີ້ແຈ້ງວ່າ ກ່ຽວກັບດ້ານການເມືອງ, ຫວຽດນາມ ຮັກສາໄດ້ເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ກຳນົດທິດສັງຄົມນິຍົມ.

Top