ຂ່າວສານ
AIIB ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ພັດທະນາພື້ນຖານໂຄງລ່າງແບບຍືນຍົງ
ວັນທີ 12 ກັນຍາ, ຢູ່ ,ອິນເດຍ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (BRICS), ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ໃຫ້ການຕ້ອນຮັບທ່ານນາງ Zou Jiayi, ປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ (AIIB). ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີ AIIB ສືບຕໍ່ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງມີຂອບຂະໜາດໃຫຍ່, ເປັນຕົ້ນແມ່ນໃນບັນດາຂົງເຂດຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ພັດທະນາຕົວເມືອງ ແລະ ເຊື່ອມຕໍ່ເຂດ; ເພີ່ມທະວີການໜູນຊ່ວຍດ້ານເຕັກນິກໃນຂັ້ນຕອນກະກຽມໂຄງການ ແລະ ອອກແບບບັນດາໂຄງປະກອບການເງິນຢ່າງມີຫົວຄິດປະດິດສ້າງ; ພ້ອມທັງຍູ້ແຮງການອຸປະຖຳຮ່ວມ ກັບບັນດາຄູ່ຮ່ວມມືພັດທະນາ ແລະ ພາກເອກະຊົນເພື່ອແນໃສ່ລະດົມແຫຼ່ງກຳລັງຢ່າງສຸດຂີດໃຫ້ແກ່ຄວາມຕ້ອງການລົງທຶນພື້ນຖານໂຄງລ່າງຂອງ ຫວຽດນາມ. ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍາວນານ ກັບ AIIB, ເປັນຕົ້ນໃນການພັດທະນາພື້ນຖານໂຄງລ່າງຍຸດທະສາດ, ການຫັນເປັນສີຂຽວ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ສ່ວນທ່ານນາງ ປະທານ AIIB ຢັ້ງຢືນວ່າ ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງ AIIB ແລະ ປາດຖະໜາຢາກສືບຕໍ່ເປີດກວ້າງການຮ່ວມມືລະຫວ່າງຫວຽດນາມ ແລະ AIIB. AIIB ສະແດງຄວາມຊົມເຊີຍຕໍ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຫວຽດນາມ ທີ່ໄດ້ແນະນຳບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນ, ເປັນຕົ້ນແມ່ນບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ,ທາງລົດໄຟ, ການຫັນເປັນສີຂຽວ, ພະລັງງານສະອາດ, ພັດທະນາຕົວເມືອງ ແລະ ເຊື່ອມຕໍ່ຂ້າມຊາຍແດນ, ເພື່ອນຳເຂົ້າບັນຊີລາຍຊື່ການຮ່ວມມື, ພ້ອມທັງກຽມພ້ອມການປະສານສົມທົບກັນໃນການກຳນົດ, ກະກຽມ ແລະ ຜັນຂະຫຍາຍບັນດາໂຄງການບຸລິມະສິດ.






