• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AFTA 35: ເພີ່ມ​ເຕີມ​ສິນ​ຄ້າ​ປະ​ເພດ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສະ​ບຽງ​ອ​າ​ຫານ 107 ​ປະ​ເພດເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ສິນ​ຄ້າ​ຈຳ​ເປັນ​ຂອງ ອາ​ຊຽນ

ລັດຖະມົນຕີບັນດາປະເທດໄດ້ຮັບຮອງເອົາການ ເພີ່ມເຕີມສິນຄ້າປະເພດຜະລິດຕະພັນກະເສດ, ສະບຽງອາຫານ 107 ປະເພດ ເຂົ້າໃນບັນຊີລາຍຊື່ສິນຄ້າຈຳເປັນຂອງ ອາຊຽນ.
ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄ໊ງ ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: MOIT)

ຕອນເຊົ້າວັນທີ 08 ກັນຍາ, ກອງປະຊຸມສະພາເຂດການຄ້າເສລີ ອາຊຽນ ຄັ້ງທີ 35 (AFTA 35) ຖືກຈັດຂຶ້ນແບບທາງໄກ ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງການເງິນ ແລະ ເສດຖະກິດ ຜູ້ທີ 2 ບຣູໄນ Mohd Amin Liew Abdullah , ພ້ອມທັງມີການເຂົ້າຮ່ວມຂອງລັດຖະມົນຕີເສດຖະກິດ ຈາກ 10 ປະເທດສະມາຊິກ ອາຊຽນ ແລະ ທ່ານເລຂາທິກການ ອາຊຽນ Lim Jock Hoi. ນີ້ແມ່ນກອງປະຊຸມທີ່ນອນໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 53 ເຊິ່ງດຳເນີນໃນລະຫວ່າງວັນທີ 8 – 15 ກັນຍາ ປີ 2021. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄ໊ງ ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ທີ່ກອງປະຊຸມ, ລັດຖະມົນຕີບັນດາປະເທດໄດ້ຮັບຮອງເອົາການ ເພີ່ມເຕີມສິນຄ້າປະເພດຜະລິດຕະພັນກະເສດ, ສະບຽງອາຫານ 107 ປະເພດ ເຂົ້າໃນບັນຊີລາຍຊື່ສິນຄ້າຈຳເປັນຂອງ ອາຊຽນ ເຊິ່ງນອນໃນການດັດປັບຂອງບົດບັນທຶກຊ່ວຍຈຳວ່າດ້ວຍການແກ້ໄຂໂດຍບັນດາມາດຕະການປອດພາສີອາກອນ ສຳລັບສິນຄ້າຈຳເປັນ ເພື່ອຮັບມືກັບໂລກລະບາດໂຄວິດ - 19 ເຊິ່ງຖືກລົງນາມໃນປີປະທານ ອາຊຽນ 2020 ຂອງ ຫວຽດນາມ, ຜ່ານນັ້ນຍົກຍອດຈຳນວນປະເພດສິນຄ້າໃນບັນຊີລາຍຊື່ດັ່ງກ່າວຂຶ້ນເຖິງ 257 ປະເທດ.

        ກອງປະຊຸມດັ່ງກ່າວກໍຮັບຮອງໝາກຜົນທີ່ບັນລຸໄດ້ໃນການຮ່ວມມືພາສີອາຊຽນ, ພິເສດ ແມ່ນການສ້າງສາລະບານພາສີອາກອນທີ່ກົມກຽວ ອາຊຽນ (AHTN) ສະບັບ 2022, ຄາດວ່າຈະໄດ້ຮັບການຈັດຕັ້ງປະຕິບັດໃນເດືອນມັງກອນ ປິ 2022.  

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top