• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AEM-54 ຮັບຮອງເອົາແຜນການເຄື່ອນໄຫວ CLMV ໄລຍະ 2023 – 2024

ກອງປະຊຸມໄດ້ຮັບຮອງເອົາແຜນການເຄື່ອນໄຫວ CLMV ໄລຍະ 2023 – 2024 ແລະ ມອບໃຫ້ບັນດາຫົວໜ້າ SEOM CLMV ຕັ້ງໜ້າປະສານງານ, ລວບລວມສະເໜີໂຄງການຮ່ວມມືຂອງບັນດາກະຊວງ...
  ຜູ້ແທນບັນດາຝ່າຍເຂົ້າຮ່ວມກອງປະຊຸມ (ພາບ:cand.com.vn)  

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 54 (AEM-54) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງຈັດຂຶ້ນຢູ່ແຂວງ ຊຽມຣຽບ (ລາຊະອານາຈັກ ກຳປູເຈຍ), ວັນທີ 16 ກັນຍາ, ກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 14 (CLMV-EMM 14) ໄດ້ຈັດຂຶ້ນ. ລັດຖະມົນຕີ, ຫົວໜ້າຄະນະບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະ ຜູ້ຕາງໜ້າຄະນະເລຂາ ອາຊຽນ ເຂົ້າຮ່ວມກອງປະຊຸມ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ.

ກອງປະຊຸມໄດ້ຮັບຮອງເອົາແຜນການເຄື່ອນໄຫວ CLMV ໄລຍະ 2023 – 2024 ແລະ ມອບໃຫ້ບັນດາຫົວໜ້າ SEOM CLMV ຕັ້ງໜ້າປະສານງານ, ລວບລວມສະເໜີໂຄງການຮ່ວມມືຂອງບັນດາກະຊວງ, ຂະແໜງການ, ອົງການກ່ຽວຂ້ອງຂອງປະເທດຕົນ, ຝາກໃຫ້ຄະນະເລຂາ ອາຊຽນ ເພື່ອນຳເຂົ້າແຜນການເຄື່ອນໄຫວ CLMV ໄລຍະ 2023 – 2024.

ສິ້ນສຸດກອງປະຊຸມ, ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈບັນດາປະເທດ: ກຳປູເຈຍ, ລາວ ແລະ ມຽນມາ, ຄະນະເລຂາ ອາຊຽນ ໄດ້ຕັ້ງໜ້າສະໜັບສະໜູນ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ, ຊ່ວຍໃຫ້ ຫວຽດນາມ ປະຕິບັດສຳເລັດບົດບາດເປັນປະທານກົນໄກຮ່ວມມືເສດຖະກິດ CLMV ໃນປີ 2022.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

2 ໝູ່ບ້ານດັ່ງກ່າວເປັນສະມາຊິກຂອງເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ ເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມໃນການອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ

Top