• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ADSOM + 2019: ການຮ່ວມມືລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມືໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ແທດຈິງ

      ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ ເປີດກ້ວາງ (ADSOM +) ປີ 2019 ໄດ້ດຳເນີນໃນວັນທີ 4 ເມສາ ຢູ່ ແຂວງ ເພັດສະບຸລີ, ລາຊະອານາຈັກ ໄທ

ກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ ເປີດກ້ວາງ (ADSOM +) ປີ 2019
      ທ່ານ ພົນໂທ ຫງວຽນຈິ໊ວິ້ງ, ກຳມະການສູນກາງພັກ, ກຳມະການປະຈຳ ຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
            ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ປ້ອງກັນປະເທດຂັ້ນສູງ ອາຊຽນ ແລະ  8 ປະເທດຄູ່ຮ່ວມມືລວມມີ: ອົດສະຕາລີ, ຈີນ, ອີນເດຍ, ຍີປຸ່ນ, ສ.ເກົາຫຼີ, ນິວຊີແລນ, ລັດເຊຍ ແລະ ອາເມລິກາ ໄດ້ພິຈາລະນາບົດລາຍງານຂອງກຸ່ມປະຕິບັດງານ ADSOM+, ບົດລາຍງານຂອງຄະນະເລຂາທິການ ອາຊຽນ ກ່ຽວກັບການພັດທະນາຂອງ ອາຊຽນ ໃນໄລຍະທີ່ຜ່ານມາ, ບັນດາເນື້ອໃນຈະ ຍື່ນສະເໜີ ຕໍ່ກອງປະຊຸມລັດຖະມົນຕີປ້ອງກັນຊາດບັນດາປະເທດ ອາຊຽນ ເປີດກ້ວາງ ຫຼື ເອີ້ນຫຍໍ້ວ່າ  ADMM+, ເຊິ່ງຈະໄດ້ດຳເນີນໃນທ້າຍປີນີ້ຢູ່ໄທ…
            ທີ່ ADSOM+ 2019, ທ່ານພົນໂທ ຫງວຽນຈິ໊ວິ້ງ ໄດ້ແບ່ງປັນກ່ຽວກັບແຜນການຈັດຕັ້ງ ADMM+ ໃນປີ 2020 ຢູ່ ຮ່າໂນ້ຍວ່າ, ນີ້ແມ່ນໂອກາດພິເສດໃນການສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງ ແລະ ບັນລຸໄດ້ບັນດາກ້າວໜ້າທີ່ສຳຄັນ ຂອງ ADMM+. ທ່ານ ພົນໂທ ຫງວຽນຈິ໊ວິ້ງ ເນັ້ນໜັ້ກວ່າ ຫວຽດນາມ ຢາກໃຫ້ບັນດາປະເທດ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ທາງການຂອງ ADMM+ ພ້ອມກັນແລກປ່ຽນ ແລະ ປຶກສາຫາລືນຳກັນໃຫ້ຫຼາຍກ່ວາອີກ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top