• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ADMM+ ສືບຕໍ່ຢັ້ງຢືນຄຳໝັ້ນສັນຍາສຳລັບສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ

      ວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ, ປະທານບັນດາກອງປະຊຸມປ້ອງກັນຊາດ - ການທະຫານ ອາຊຽນ ປີ 2020 ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີ ແຫ່ງວັນຈັດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ໂດຍທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານ. 
            ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ຢູ່ສະຖານທີ່ເຊື່ອມຕໍ່ຂອງ ຫວຽດນາມ ມີຜູ້ຕາງໜ້າການນຳບັນດາຄະນະ, ກະຊວງ, ຂະແໜງການ, ເອກອັກຄະລັດຖະທູດ, ທູດທະຫານບັນດາປະເທດ, ຫົວໜ້າຄະນະຜູ້ຕາງໜ້າ ອີຢູ  ແລະ ຫົວໜ້າຄະນະຜູ້ຕາງໜ້າອົງການພັດທະນາ ສປຊ ປະຈຳ ຫວຽດນາມ. ຢູ່ສະຖານທີ່ເຊື່ອມຕໍ່ຢູ່ບັນດາປະເທດ ລວມມີ ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ADMM+ (ລວມມີ 10 ປະເທດ ອາຊຽນ ແລະ 8 ປະເທດ ຄູ່ຮ່ວມມື); ທ່ານເລຂາທິການໃຫຍ່ ອາຊຽນ; ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດຖືກເຊີນ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ
      ໃນສານທີ່ໄດ້ສົ່ງເຖິງພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:
            ຂ້າພະເຈົ້າຕີລາຄາສູງບັນດາບາດກ້າວພັດທະນາຂອງ ADMM+ ໃນໄລຍະ 10 ປີ ຜ່ານມາ. ADMM+ ແມ່ນກົນໄກທີ່ມີຂະໜາດໃຫຍ່ຢ່າງແທ້ຈິງ, ໄດ້ ແລະ ກຳລັງເສີມຂະຫຍາຍບົດບາດເປັນກົນໄກປຶກສາຫາລືກ່ຽວກັບນະໂຍບາຍ ແລະ ການຮ່ວມມືແທດຈິງ ກ່ຽວກັບດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດຢ່າງມີປະສິດທິຜົນ, ພ້ອມທັງມີບັນດາບາດກ້າວພັດທະນາຕົນເອງໃຫ້ເໝາະສົມກັບຄວາມຕ້ອງການກໍຄືສະພາບການຕົວຈິງ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ທີ່ພວມພົ້ນເດັ່ນຂຶ້ນ”.
        ໃນສະພາບການພາກພື້ນ ແລະ ໂລກ ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນໄລຍະທີ່ຫຍຸ້ງຍາກນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຍິ່ງກວ່າເວລາໃດໝົດ, ທຸກປະເທດໃນໂລກ ຄວນສ້າງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ. ນີ້ແມ່ນເວລາເພື່ອໃຫ້ບັນດາກົນໄກຮ່ວມມືຫຼາຍຝ່າຍໃນພາກພື້ນດ້ວຍບົດບາດເປັນເສົາຄ້ຳ ແລະ ນຳພາຂອງ ອາຊຽນ ຕ້ອງໄດ້ຮັບການເສີມຂະຫຍາຍ ແລະ ADMM+  ກໍແມ່ນໜຶ່ງໃນບັນດາກົນໄກເຫຼົ່ານັ້ນ.

ທ່ານພົນເອກ ໂງຊວັນລິກ ກ່າວຄຳເຫັນທີ່ກອງປະຊຸມ
       ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ໂງຊວັນລິກ ໄດ້ສະຫຼຸບວິວັດການສ້າງຕັ້ງ ແລະ ພັດທະນາ, ໝາກຜົນການຮ່ວມມືໃນ ADMM+ ໃນໄລໄຍະ 10 ປີຜ່ານມາ ໂດຍສັງເຂບ ແລະ ຢັ້ງຢືນວ່າ:
        “ໜຶ່ງໃນບັນດາຂີດໝາຍສຳຄັນໃນການປະກອບສ່ວນຂອງ ຫວຽດນາມ ກໍແມ່ນຂີດໝາຍສຳຄັນໃນປະຫວັດສາດ ອາຊຽນ  ນັ້ນແມ່ນການກຳເນີດຂອງ ADMM+ ເມື່ອປີ 2010 ຢູ່ຮ່າໂນ້ຍ, ເຊິ່ງໄດ້ສ້າງຂີດໝາຍໃຫ້ແກ່ການສ້າງຕັ້ງກົນໄກຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເພື່ອແນໃສ່ເພີ່ມທະວີການສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ. ໂດຍແມ່ນສະມາຊິກໜຶ່ງທີ່ມີຄວາມຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງ ອາຊຽນ ກໍຄື ADMM+, ຫວຽດນາມ ຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບບັນດາປະເທດ ອາຊຽນ, ປະເທດເພື່ອນມິດ ແລະ 8 ປະເທດຄູ່ຮ່ວມມື ສືບຕໍ່ປະກອບສ່ວນໃຫ້ແກ່ພາກພື້ນ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ”.
        ທີ່ພິທີ, ທ່ານເລຂາທິການໃຫຍ່ ອາຊຽນ; ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ; ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ; ຮອງເລຂາທິການໃຫຍ່ ສປຊ ໄດ້ກ່າວຄຳເຫັນສະເຫຼີມສະຫຼອງວັນສ້າງຕັ້ງ ADMM+ ຄົບຮອບ 10 ປີ; ຕີລາຄາສູງບົດບາດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃນຖານະເປັນປະທານ ອາຊຽນ, ນຳ ອາຊຽນ ຜ່ານຜ່າບັນດາສິ່ງທ້າທາຍຂອງປີ 2020 ແລະ ເຊື່ອໝັ້ນວ່າ ໝາກຜົນດັ່ງກ່າວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃນໄລຍະຈະມາເຖິງ./.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top