• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ACDFM – 21: ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ, ຄ​ວາມ​ໝັ້ນ​ຄົງ ແລະ ຄວາມ​ເຂັ້ມ​ແຂງ ອາ​ຊຽນ

ກອງປະຊຸມຜູ້ບັນຊາການກຳລັງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 21 (ACDFM – 21) ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 05 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ.
ຜູ້ແທນບັນດາປະເທດຖ່າຍຮູບເປັນທີ່ລະນຶກ (ພາບ: qdnd.vn)

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຄະນະເຂົ້າຮ່ວມ.

        ໃນກອງປະຊຸມ, ຜູ້ບັນຊາການກຳລັງປ້ອງກັນປະເທດບັນດາປະເທດ ອາຊຽນ ໄດ້ຢັ້ງຢືນຄືນຄວາມຜູກພັນ, ສາມັກຄີຍາວນານ, ພ້ອມກັນພັດທະນາມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ, ຮ່ວມແຮງຮ່ວມໃຈຮັບມືກັບສິ່ງທ້າທາຍຢ່າງມີປະສິດທິຜົນ. ກອງປະຊຸມ ກໍໄດ້ຕີລາຄາໝາກຜົນການຮ່ວມມືລະຫວ່າງກອງທັບບັນດາປະເທດ ອາຊຽນ ແລະ ວາງອອກກຳນົດທິດຊຸກຍູ້ການຮ່ວມມືແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງ.

        ໃນໂອກາດນີ້, ຜູ້ບັນຊາການກຳລັງປ້ອງກັນປະເທດບັນດາປະເທດ ອາຊຽນ ໄດ້ຮັບຮອງເອົາແຜນການເຄື່ອນໄຫວ 2 ປີ (2024 – 2026); ຮັບຮອງເອົາ ແລະ ລົງນາມໃນຖະແຫຼງການຮ່ວມ ACDFM – 21. ສິ້ນສຸດກອງປະຊຸມ ໄດ້ດຳເນີນພິທີມອບ - ຮັບບົດບາດປະທານ ACDFM ປີ 2025 ໃຫ້ແກ່ ມາເລເຊຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ທ່ານ​ພົນ​ເອກ ຟານ​ວັນ​ຢາງ ສະ​ເໜີ​ສອງ​ຝ່າຍ​ຮັກ​ສາ​ປະ​ສິດ​ທິ​ຜົນ​ຂອງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຄື: ການ​ພົບ​ປະ​ປະ​ຈຳ​ປີ​ລະ​ຫວ່າງ​ລັດ​ຖະ​ມົ​ນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ, ການ​ຊ້ອມ​ຮົບ​ຮ່ວມ​​ກູ້​ໄພ​ກູ້​ຊີບ ລະ​ຫວ່າງກອງ​ທັບ​ສາມ​ປະ​ເທດ

Top