• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ABD ​ລະ​ດົມ​ເງິນ​ຈຳ​ນວນ 135 ລ້ານ USD ເພື່ອ​ໜູນ​ຊ່ວຍ​ການຄົມ​ມະ​ນາ​ຄົມດ້ວຍ​ພາ​ຫະ​ນະໄຟ​ຟ້າ​ໃຫ້​ແກ່ ຫວຽດ​ນາມ

ບ້ວງເງິນໜູນຊ່ວຍມີ ກຳນົດເວລາແມ່ນ 7 ປີລວມມີ: ເງິນກູ້ຢືມ ຈາກ ADB 20 ລ້ານ USD, ບ້ວງບເງິນກູ້ຢືມຕ່າງໆທີ່ມີມູນຄ່າ 87 ລ້ານ USD ໂດຍ ADB ລະດົມເປັນປະທານຈັດສັນທຶນ ທີ່ໄດ້ຮັບການມອບສິດ ແລະ ບ້ວງເງິນອຸປະຖຳບຸລິມະສິດມີມູນຄ່າ 28 ລ້ານ USD.
  ພາບປະກອບ: kinhtedothi.vn  

ວັນທີ 24 ຕຸລາ, ທະນາຄານພັດທະນາ ອາຊີ (ADB) ໃຫ້ຮູ້ວ່າ ອົງການການເງິນນີ້ໄດ້ເປັນປະທານລະດົມບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 135 ລ້ານ USDໃຫ້ແກ່ບັນດາການເຄື່ອນໄຫວຜະລິດລະບົບຂົນສົ່ງໂດຍສານສາທາລະນະດ້ວຍພາຫະນະນຳໃຊ້ໄຟຟ້າທຳອິດຢູ່ ຫວຽດນາມ. ຕາມທະນາຄານ ພັດທະນາ ອາຊີແລ້ວ, ບ້ວງເງິນໜູນຊ່ວຍຈະສະຫງວນໃຫ້ແກ່ບໍລິສັດຫຸ້ນສ່ວນຜະລິດ ແລະ ດຳເນີນທຸລະກິດ VinFast (VinFast) ເພື່ອຜະລິດກຸ່ມລົດເມໂດຍສານສາທາລະນະທີ່ແລ່ນດ້ວຍໄຟຟ້າ ທຳອິດຢູ່ ຫວຽດນາມ ແລະ ເຄືອຂ່າຍສາກລົດໄຟຟ້າໃນທົ່ວປະເທດທຳອິດ. ບ້ວງເງິນໜູນຊ່ວຍມີ ກຳນົດເວລາແມ່ນ 7 ປີລວມມີ: ເງິນກູ້ຢືມ ຈາກ ADB 20 ລ້ານ USD, ບ້ວງບເງິນກູ້ຢືມຕ່າງໆທີ່ມີມູນຄ່າ 87 ລ້ານ USD ໂດຍ ADB ລະດົມເປັນປະທານຈັດສັນທຶນ ທີ່ໄດ້ຮັບການມອບສິດ ແລະ ບ້ວງເງິນອຸປະຖຳບຸລິມະສິດມີມູນຄ່າ 28 ລ້ານ USD. ຕາມການຕີລາຄາຂອງ ADB ແລ້ວ, ຂະແໜງຄົມມະນາຄົມ ແລະ ຂົນສົ່ງຂອງ ຫວຽດນາມ ກວມເອົາ 18% ຍອດການປ່ອຍທາດພິດເຮືອນແກ້ວໃນທຸກປີ, ການຫັນຂະແໜງນີ້ມາເປັນການປ່ອຍທາດກາກບອນລົງເປັນ 0 ຜ່ານບັນດາວິທີການຄືພາຫະນະແລ່ນດ້ວຍໄຟຟ້າ ຈະສ້າງຜົນກະທົບໂດຍກົງຕໍ່ເປົ້າໝາຍບັນລຸໄດ້ການປ່ອຍອາຍພິດລົງເປັຮ 0 ໃນປີ 2050 ຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top