• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

8 ປະເທດ ອາຟຣິກກາ ຢັ້ງຢືນ ມີບັນດາກໍລະນີຕິດພະຍາດ ໝາກສຸກລີງ

ໄລ່ມາຮອດວັນທີ 16 ມິຖຸນາ ມີ 8 ປະເທດ ອາຟຣິກກາ ໄດ້ລາຍງານວ່າ ມີບັນດາກໍລະນີຕິດພະຍາດ ໝາກສຸກລີງ. ໃນນັ້ນ ນີເຊເຣຍ ຢັ້ງຢືນມີຈຳນວນຜູ້ຕິດພະຍາດຫຼາຍກວ່າໝູ່ຄື 36 ກໍລະນີ.
  ອາການພະຍາດໝາກສຸກລີງ  

 ຜູ້ອຳນວຍການພາກພື້ນ ອາຟຣິກກາ ຂອງອົງການອະນາໄມໂລກ ໃຫ້ຮູ້ວ່າ ໄລ່ມາຮອດວັນທີ 16 ມິຖຸນາ ມີ 8 ປະເທດ ອາຟຣິກກາ  ໄດ້ລາຍງານວ່າ ມີບັນດາກໍລະນີຕິດພະຍາດ ໝາກສຸກລີງ. ໃນນັ້ນ ນີເຊເຣຍ ຢັ້ງຢືນມີຈຳນວນຜູ້ຕິດພະຍາດຫຼາຍກວ່າໝູ່ຄື 36 ກໍລະນີ. ບັນດາປະເທດທີ່ຍັງເຫຼືອໄດ້ຢັ້ງຢຶນ ບັນດາກໍລະນີຕິດພະຍາດແມ່ນ ກົງໂກ, ສາທາລະນະ ອາຟຣິກກາກາງ, ເບນິນ,  ກາເມລູນ, ການາ ແລະ ມາຣົກ. ນອກຈາກນັ້ນບາງປະເທດອື້ນທີ່ຍັງບໍ່ເຄີຍມີຜູ້ຕິດພະຍາດດັ່ງກ່າວ ກໍ່ໄດ້ລາຍງານຢັ້ງຢືນມີຜູ້ຕິດພະຍາດ ໝາກສຸກລີງ.

 ຕາມຂໍ້ມູນຂອງອົງການອະນາໄມໂລກ ສະແດງໃຫ້ເຫັນວ່າ ໄລ່ມາຮອດປັດຈຸບັນໃນໂລກໄດ້ຢັ້ງຢືນມີຜູ້ຕິດພະຍາດໝາກສຸກລີງ ຫຼາຍກວ່າ 1.600 ຄົນ ແລະ ມີ 1.500 ກໍລະນີ ສົງໄສຕິດພະຍາດນີ້ . ໃນຈຳນວນດັ່ງກ່າວມີ 7 ປະເທດເຄີຍຢັ້ງຢືນມີບັນດາກໍລະນີຕິດເຊື້ອພະຍາດດັ່ງກ່າວ ມາແຕ່ຫຼາຍປີມານີ້ແລະ ຫຼາຍກວ່າ 30 ປະເທດໃໝ່ຫາກໍ່ປາກົດມີກໍລະນີຕິດພະຍາດດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top