ຂ່າວສານ
79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ: ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຫວຽດນາມ ຢູ່ລາວ
ວັນທີ 24 ກໍລະກົດ, ເນື່ອງໃນໂອກາດ 79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ (27/7/1947 - 27/7/2026), ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ເຫັນປະທານ, ປະສານສົມທົບກັບບັນດາອົງການຕາງໜ້າ ຫວຽດນາມ, ປະຊາຄົມຊາວຫວຽດນາມ ຢູ່ລາວ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງແຂວງ ວຽງຈັນ ຈັດພິທີຖະຫວາຍທູບທຽນ, ວາງພວງມາລາອາໄລຫາບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ເຂດຮ່ອງຮອຍສຳພັນການທະຫານ ລາວ - ຫວຽດນາມ ຢູ່ບ້ານເກີນ, ເມືອງ ທຸລະຄົມ, ແຂວງວຽງຈັນ.
ພິທີຖະຫວາຍທູບທຽນແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ສຶກສາມູນເຊື້ອຮັກຊາດ, ສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, “ຕອບບຸນແທນຄຸນ” ຂອງຊາດຫວຽດນາມ, ພ້ອມທັງປະກອບສ່ວນຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງພະນັກງານ, ລັດຖະກອນບັນດາອົງການຕາງໜ້າ ຫວຽດນາມ ປະຈຳລາວ ແລະ ປະຊາຄົມຊາວຫວຽດນາມ ໃນການຮັກສາ, ເສີມຂະຫຍາຍມູນເຊື້ອປະຕິວັດ. ການເຄື່ອນໄຫວກໍ່ປະກອບສ່ວນເພີ່ມພູນຄູນສ້າງໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮວ່ມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ.






