• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

70 ປີແຫ່ງໄຊຊະນະ ດ້ຽນບຽນຝູ: ປະຫວັດສາດ ແລະ ຄວາມຊົງຈຳຢູ່ຝລັ່ງ

ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ: ປະຊາຊົນ ຫວຽດນາມ ຍາມໃດກໍ່ມີສະຕິຄວາມຮັບຮູ້ວ່າ: “ນ້ຳໃຈສາມັກຄີສາກົນ, ພິເສດແມ່ນການສະໜັບສະໜູນໃຫຍ່ຫຼວງເຊິ່ງປະຊາຊົນ ຝລັ່ງ ສະຫງວນໃຫ້ແກ່ ຫວຽດນາມ ໃນພາລະກິດຍາດເອົາເອກະລາດ ແລະ ສັນຕິພາບ, ແມ່ນພື້ນຖານໜັກແໜ້ນເພື່ອສ້າງການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງສະໜິດແໜ້ນ ຝລັ່ງ ແລະ ຫວຽດນາມ ໃນປະຈຸບັນ”.
ບັນດາແຂກທີ່ເຊີນເຂົ້າຮ່ວມເຫດການ

ຕອນບ່າຍວັນທີ 13 ເມສາ, ຢູ່ນະຄອນຫຼວງ ປາຣີ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (1954 – 2024). ກ່າວຄຳເຫັນນະທີ່ນີ້, ທ່ານ ດິງຕ່ວານຖັ໋ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ, ໄດ້ຮັບຮູ້ການສະໜັບສະໜູນ ແລະ ການກຽມພ້ອມແບ່ງປັນກັບ ຫວຽດນາມບັນດາຄຸນຄ່າລວມກ່ຽວກັບສັນຕິພາບ ແລະ ຄວາມສາມັກຄີຂອງເພື່ອນມິດຝລັ່ງ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ: ປະຊາຊົນ ຫວຽດນາມ ຍາມໃດກໍ່ມີສະຕິຄວາມຮັບຮູ້ວ່າ: “ນ້ຳໃຈສາມັກຄີສາກົນ, ພິເສດແມ່ນການສະໜັບສະໜູນໃຫຍ່ຫຼວງເຊິ່ງປະຊາຊົນ ຝລັ່ງ ສະຫງວນໃຫ້ແກ່ ຫວຽດນາມ ໃນພາລະກິດຍາດເອົາເອກະລາດ ແລະ ສັນຕິພາບ, ແມ່ນພື້ນຖານໜັກແໜ້ນເພື່ອສ້າງການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງສະໜິດແໜ້ນ ຝລັ່ງ ແລະ ຫວຽດນາມ ໃນປະຈຸບັນ”. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ປະຊາຊົນສອງປະເທດຈະສືບຕໍ່ມູນເຊື້ອນີ້ໃນໄລຍະຈະມາເຖິງ ເພື່ອບັນທຶກໄວ້ໃນແນວຄິດຈິດໃຈຂອງບັນດາລຸ້ນຄົນໃນອະນາຄົດກ່ຽວກັບນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີລະຫວ່າງສອງປະເທດ ຫວຽດນາມ ແລະ ຝລັ່ງ.

ກ່ອນໜ້ານັ້ນ, ທີ່ການໂອ້ລົມສົນທະນາໂຕະມົນ ດ້ວຍຫົວຂໍ້ “ປະຫວັດສາດ ແລະ ຄວາມຊົງຈຳກ່ຽວກັບບັ້ນຮົບ ດ້ຽນບຽນຝູ”, ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນ 200 ຄົນ. ທ່ານເອກອັກຄະລັດຖະທູດ ດິງຕ່ວານຖັ໋ງ, ເນັ້ນໜັກວ່າ:

“ພວກເພື່ອນໄດ້ນຳບັນດາແງ່ມູມຕ່າງໆ ມາໃຫ້ການໂອ້ລົມສົນທະນາ, ຊ້ຳບໍ່ໜຳແມ່ນກົງກັນຂ້າມ, ແຕ່ລ້ວນແຕ່ໄດ້ແບ່ງປັນຄຸນຄ່າລວມ: ນັ້ນແມ່ນແງ່ຫວັງສັນຕິພາບ, ອະນຸລັກຮັກສາ ແລະ ປັບປຸງສັນຕິພາບ. ປະຊາຊົນ ຫວຽດນາມ ຍາມໃດກໍ່ມີສະຕິວ່າ ນ້ຳໃຈສາມັກຄີສາກົນ, ພິເສດແມ່ນການສະໜັບສະໜູນໃຫຍ່ຫຼວງເຊິ່ງປະຊາຊົນ ຝລັ່ງ ສະຫງວນໃຫ້ປະຊາຊົນ ຫວຽດນາມ ໃນພາລະກິດຍາດເອົາເອກະລາດ ແລະ ສັນຕິພາບ, ແມ່ນພື້ນຖານໜັກແໜ້ນເພື່ອສ້າງການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງສະໜິດແໜ້ນ ຝລັ່ງ ແລະ ຫວຽດນາມ ໃນປະຈຸບັນ”.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top