• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

55 ການພົວພັນ ຫວຽດນາມ - ລາວ: ຍ້ອງຍໍຊົມເຊີຍບັນດານັກສຶກສາລາວທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017), ໂດຍຕອບສະໜອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ, 

ທ່ານ ເຈີ່ນວັນຕຸ້ຍກ່າວຄຳເຫັນທີ່ພິທີຍ້ອງຍໍຊົມເຊີຍ (ພາບ: dangcongsan.vn)
      ວັນທີ 05 ກັນຍາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ) ໄດ້ສົມທົບກັບບໍລິສັດຫຸ້ນສ່ວນເຊື່ອມຕໍ່ ຫວຽດນາມ - ລາວ ຈັດຕັ້ງພິທີຍ້ອງຍໍຊົມເຊີຍນັກສຶກສາລາວ 15 ຄົນ ທີ່ພວມສຶກສາຮ່ຳຮຽນຢູ່ຫວຽດນາມ ຍ້ອນມີຜົນງານດີເດັ່ນ, ເຄື່ອນໄຫວນອກຫຼັກສູດ, ເຄື່ອນໄຫວສັງຄົມຢ່າງຫ້າວຫັນ, ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນຮ່ຳຮຽນເປັນຢ່າງດີ. ກ່າວຄຳເຫັນທີ່ພິທີຍ້ອງຍໍຊົມເຊີຍ, ທ່ານປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ເຈີ່ນວັນຕຸ້ຍ ເນັ້ນໜັກວ່າ, ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງແມ່ນໜຶ່ງໃນບັນດາບຸລິມະສິດໃນການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ. ທ່ານ ເຈີ່ນວັນຕຸ້ຍ ຫວັງວ່າບັນດານັກສຶກສາລາວຈະນັບມື້ນັບມານະພະຍາຍາມໃນການຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມຫຼາຍກວ່າອີກ, ບັນລຸໄດ້ຜົນງານດີເດັ່ນຫຼາຍຢ່າງໃນສົກຮຽນໃໝ່.

ຍ້ອງຍໍຊົມເຊີຍບັນດານັກສຶກສາລາວທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ (ພາບ: dangcongsan.vn)
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top