ຂ່າວສານ
50 ປິ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ຄວາມປີຊາສາມາດ, ສະຫຼາດຊອງໃສ ແລະ ບັນດາຜົນສຳເລັດທີ່ເປັນຂີດໝາຍແຫ່ງຍຸກສະໄໝ
ບົດຂຽນໃຫ້ຮູ້ວ່າ 50 ປີ ກ່ອນໜ້ານີ້, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ນຳ, ປະຊາຊົນລາວບັນດາເຜົ່າໄດ້ລຸກຂຶ້ນຕໍ່ສູ້ ຍາດເອົາອຳນາດມາສູ່ມືຂອງປະຊາຊົນ, ໂຄ່ນລົ້ມລະບອບລາຊາທິປະໄຕ, ປົດປ່ອຍປະເທດຊາດຫຼຸດພົ້ນອອກຈາກແອກປົກຄອງຂອງລະບອບສັກດີນາ, ແລະ ລັດທິຈັກກະພັດ, ລັດທິລ່າເມືອງຂຶ້ນ, ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ນີ້ແມ່ນຂີດໝາຍສຳຄັນພິເສດ, ເປີດສັງກາດໃໝ່ບົນດິນແດນ ດອກຈຳປາ-ສັງກາດແຫ່ງ ເອກະລາດ ເສລີພາບ ແລະ ກໍ່ສ້າງສັງຄົມຍຸຕິທຳ ແລະ ສີວິໄລ, ປະຊາຊົນລາວບັນດາເຜົ່າໄດ້ເປັນຜູ້ກໍານົດຊາຕາກໍາຂອງຕົນເອງຢ່າງແທ້ຈິງ.
ບົດຂຽນໄດ້ເນັ້ນໜັກເຖິງ 40 ປີ ແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ຈາກປະເທດທີ່ມີພື້ນຖານເສດ ຖະກິດກະ ສິກຳ ທີ່ຖືກປິດລ້ອມ ແລະ ຂວໍ້າບາດ, ລາວ ໄດ້ບືນຕົວຂຶ້ນຢ່າງເຂັ້ມແຂງ ໄດ້ກາຍເປັນປະເທດໜຶ່ງທີ່ມີເອກະລາດ ແລະ ເປັນເຈົ້າຕົນເອງທາງດ້ານເສດຖະກິດ; ຈາກປະເທດທີ່ນຳເຂົ້າສິນຄ້າຈາກຕ່າງປະເທດ, ລາວໄດ້ກາຍເປັນປະເທດ ທີ່ສົ່ງອອກສິນຄ້າກະສິກຳ. ການເມືອງ-ສັງຄົມມີສະຖຽນລະພາບ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຖືກຮັກສາຢ່າງໜັ້ນຄົງ, ເສດຖະກິດມີການຂະຫຍາ ຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ເນື່ອງໃນໂອກາດ 50 ປີ ແຫ່ງ ວັນສະຖາປະນາ ສາທາລະນະລັດ ປະຊາຕິປະໄຕ ປະຊາຊົນລາວ ເສັ້ນທາງອັນຍາວນານ ສາມາດຢັ້ງຢືນໄດ້ເຖິງ ຄວາມສາມາດ, ສະຕິປັນຍາ, ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ ແມ່ນປັດໃຈຕັດສິນຊີ້ຂາດທຸກໆໄຊສະນະຂອງການປະຕິວັດລາວ.








