• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

5 ເດືອນ​ຕົ້ນ​ປີ ສະ​ພາບ​ການ​ເສດ​ຖະ​ກິດ​ຫວຽດ​ນາມ ມີຫຼາຍ​ຈຸດ​ພົ້ນ​ເດັ່ນ

ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ຮ່າໂນ້ຍ, ກົມໃຫຍ່ສະຖະຕິປະກາດບົດລາຍງານເສດຖະກິດ - ສັງຄົມ ເດືອນພຶດສະພາ ແລະ 5 ເດືອນຕົ້ນປີ. ຫຼາຍຈຸດພົ້ນເດັ່ນໃນສະພາບການເສດຖະກິດ ຫວຽດນາມ ຈະສ້າງປະຖົມປັດໄຈ ໃຫ້ແກ່ການເຕີບໂຕໃນຊຸມເດືອນທີ່ຍັງເຫຼືອຂອງປີນີ້.
(ພາບປະກອບ: TTXVN)

ລະອຽດແມ່ນ, ການຜະລິດອຸດສາຫະກຳໃນ ເດືອນພຶດສະພາ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າເມື່ອທຽບໃສ່ກັບເດືອນ ເມສາ. ຕົວເລກການຜະລິດທົ່ວຂະແໜງອຸດສາຫະກຳໃນເດືອນພຶດສະພາ ຄາດວ່າຈະເພີ່ມຂຶ້ນ 3,9% ເມື່ອທຽບໃສ່ກັບເດືອນ ເມສາ ແລະ ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ໄລ່ລວມ 5 ເດືອນຕົ້ນປີ 2024, ຕົວເລກການຜະລິດທົ່ວຂະແໜງອຸດສາຫະກຳເພີ່ມຂຶ້ນ 6,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຕົວເລກນີ້ເພີ່ມຂຶ້ນຢູ່ 55/63 ທ້ອງຖິ່ນໃນທົ່ວປະເທດ.ທ່ານ ຫງວຽນມິງຟອງ ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ:

ຈຸດຕັ້ງໜ້າແມ່ນ ບັນດາໃບສັ່ງຊື້ສິນຄ້າຂອງບັນດາຂະແໜງອຸດສາຫະກຳຄື: ຕ່ຳແຜ່ນຕັດຫຍິບ, ເກີບໜັງ ໄດ້ເພີ່ມຂຶ້ນ, ພ້ອມທັງບັນດາຂະແໜງອຸດສາຫະກຳດີໃນປີກ່ອນປະສົບກັບຄວາມຫຍຸ້ງຍາກກ່ຽວກັບຕະຫຼາດ ສ່ວນໃນປີນີ້ ກໍ່ດີຂຶ້ນຫຼາຍແລ້ວ. ຈຸດຕັ້ງໜ້າໜຶ່ງອີກນັ້ນແມ່ນໃນຂົງເຂດການທ່ອງທ່ຽວ ແລະ ດຶງດູດການລົງທຶນຈາກຕ່າງປະເທດການເຕີບໂຕຢ່າງແຮງ, ສ້າງກຳລັງເພີ່ມເຕີມທີ່ດີໃຫ້ແກ່ການພັດທະນາເສດຖະກິດ.

(ແຫຼ່ງຄັດຈາກ VOV)

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ສະ​ເໜີສອງ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ໜ້າ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ປະ​ສານ​ສົມ​ທົບ​ກັນ​ຄົ້ນ​ຄ້​ວາ, ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top