• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

4 ປີ​​ຂອງ​ການເຊັນ​ສັນ​ຍາ EVFTA: EU ໄດ້​ລົງ​ທຶນ​ເງິນ​ເປັ​ນ​ຈຳ​ນວນ 28 ຕື້ ເອີ​ໂຣ​ເຂົ້າ ຫວຽດ​ນາມ

EVFTA ໄດ້ຊຸກຍູ້ການສົ່ງອອກຂອງ ຫວຽດນາມ ໄປຍັງເອີລົບຫຼາຍພໍສົມຄວນ, ເພີ່ມແຕ່ 35 ຕື້ເອີໂຣໃນປີ 2019 ຂຶ້ນເຖິງກ່ວາ 48 ຕື້ ເອີໂຣໃນປີ 2023. ການເຕີບໂຕໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນບັນດາຂົງເຂດຄື: ເອເລັກໂຕນິກ, ຕ່ຳແຜ່ນຕັດຫຍິບ, ເກີບໜັງ, ກະສິກຳ ແລະ ສິນທະເລ.
ພາບປະກອບ: TTXVN

ວັນທີ 1 ສິງຫາ ແມ່ນຄົບຮອບ 4 ປີແຫ່ງວັນເຊັນສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EVFTA) ມີຜົນສັກສິດ (01/08/2020 – 01/08/2024). ນີ້ແມ່ນສັນຍາການຄ້າເສລີທີ່ມີລັກສະນະບາດລ້ຽວ, ກາຍເປັນກຳລັງໜູນສຳຄັນໃຫ້ແກ່ການຄ້າ ແລະ ການລົງທຶນລະຫວ່າງ ສະຫະພາບ ເອີລົບ ແລະ ຫວຽດນາມ.

ເນື່ອງໃນໂອກາດນີ້, ວັນທີ 31 ກໍລະກົດ, ສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ ປະກາດການສຳຫຼວດດັດຊະນີຄວາມໄວ້ເນື້ອເຊື່ອໃຈດຳເນີນທຸລະກິດ (BCI) ໂດຍ Decision Lab ປະຕິບັດ, ຜ່ານນັ້ນ ກໍ່ສະແດງໃຫ້ເຫັນວ່າ EVTFA ໄດ້ເປີດປະຕູໃຫ້ແກ່ບັນດາວິສາຫະກິດເອີລົບເຂົ້າມາຕະຫຼາດຫວຽດນາມ ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ.

ຕາມ BCI ແລ້ວ, ເກືອບ 2/3 ຈຳນວນວິສາຫະກິດ ເອີລົບປະຈຳ ຫວຽດນາມ ທີ່ເຂົ້າຮ່ວມການສຳຫຼວດ ຖືວ່າ ເຂົາເຈົ້າໄດ້ຮັບຜົນປະໂຫຍດຢູ່ລະດັບທີ່ແຕກຕ່າງກັນ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ 27% ຈຳນວນບໍລິສັດພວມໄດ້ຮັບຜົນປະໂຫຍດຢູ່ລະດັບຫຼາຍຫາຫຼາຍທີ່ສຸດ (ເພີ່ມຂຶ້ນຫຼາຍພໍສົມຄວນເມື່ອທຽບໃສ່ກັບ 18% ໃນປີ 2023).

ຕາມ EuroCham ແລ້ວ, EVFTA ໄດ້ຊຸກຍູ້ການສົ່ງອອກຂອງ ຫວຽດນາມ ໄປຍັງເອີລົບຫຼາຍພໍສົມຄວນ, ເພີ່ມແຕ່ 35 ຕື້ເອີໂຣໃນປີ 2019 ຂຶ້ນເຖິງກ່ວາ 48 ຕື້ ເອີໂຣໃນປີ 2023. ການເຕີບໂຕໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນບັນດາຂົງເຂດຄື: ເອເລັກໂຕນິກ, ຕ່ຳແຜ່ນຕັດຫຍິບ, ເກີບໜັງ, ກະສິກຳ ແລະ ສິນທະເລ.

(ແຫຼ່ງຄັດຈາກ VOV)

ຂະ​ແໜງ​ທ່ອງ​ທ່ຽວ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ພິ​ຊິດ ຕະຫຼາດມ​າ​ເລ​ເຊຍ

ຂະ​ແໜງ​ທ່ອງ​ທ່ຽວ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ພິ​ຊິດ ຕະຫຼາດມ​າ​ເລ​ເຊຍ

ໄປຄຽງຄູ່ກັບການໂຄສະນາພາບພົດ, ບັນດາຈຸດປາຍທາງທີ່ເປັນເອກະລັກສະເພາະ, ແນະນຳບັນດາສະຖານທີ່ປອດໄພ, ເປັນມິດ, ດຶງດູດ ແລະ ມີຄຸນນະພາບຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄປຍັງແຂກທ່ອງທ່ຽວມາເລເຊຍແລ້ວ, ກອງປະຊຸມຍັງມີບັນດາກິດຈະກຳແລກປ່ຽນບົດຮຽນປະສົບການກ່ຽວກັບການຄຸ້ມຄອງການທ່ອງທ່ຽວ.

Top