
ພິທີລົງນາມໂຄງການຮ່ວມສຳພັນກະທຳເພື່ອຟື້ນຟູ ແລະ ພັດທະນາການທ່ອງທ່ຽວຢູ່ 3 ທ້ອງຖິ່ນ: ເທື່ອທຽນ - ເຫວ້, ດ່າໜັງ ແລະ ກວ໋າງນາມ (ພາບ: VGP)
ຕອນບ່າຍວັນທີ 30 ພຶດສະພາ, ຢູ່ນະຄອນເຫວ້, ແຂວງເທື່ອທຽນ - ເຫວ້, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫວ້ ໄດ້ຈັດພິທີລົງນາມ ແລະ ປະກາດໂຄງການຮ່ວມສຳພັນກະທຳເພື່ອຟື້ນຟູ ແລະ ພັດທະນາການທ່ອງທ່ຽວຢູ່ 3 ທ້ອງຖິ່ນ: ເທື່ອທຽນ - ເຫວ້, ດ່າໜັງ ແລະ ກວ໋າງນາມ. ຕາມນັ້ນແລ້ວ, ການນຳ 3 ທ້ອງຖິ່ນ ໄດ້ເປັນເອກະພາບກັນສ້າງບັນດາກົນໄກນະໂຍບາຍເອື້ອອຳນວຍຄວາມສະດວກ ເພື່ອຜັນຂະຫຍາຍໂຄງການກະຕຸ້ນຄວາມຕ້ອງການດ້ານການທ່ອງທ່ຽວຢ່າງມີປະສິດທິຜົນ ດ້ວຍສານທີ່ວ່າ “ຈຸດນັດພົບ ເທື່ອທຽນ - ເຫວ້, ດ່າໜັງ, ກວ໋າງນາມ ທີ່ປອດໄພ ແລະ ຮັກແພງແຂກ”.
3 ທ້ອງຖິ່ນ ຍັງໝັ້ນໝາຍຕອບສະໜອງບັນດາມາດຕະຖານທາງດ້ານຄວາມປອດໄພໃນການຮັບໃຊ້ແຂກທ່ອງທ່ຽວ, ມີນະໂນບາຍບຸລິມະສິດ, ສົ່ງເສີມການຄ້າທີ່ດີ ສຳລັບແຂກທ່ອງທ່ຽວ ແລະ ວິສາຫະກິດທ່ອງທ່ຽວ ທີ່ນຳສົ່ງແຂກມາຍັງເຂດທ່ອງທ່ຽວ. ພ້ອມກັນນັ້ນ ກໍຍັງເປັນເອກະພາບກ່ຽວກັບແຜນການກະທຳຢູ່ບັນດາຕະຫຼາດທີ່ມີແຂກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດ; ກໍ່ສ້າງ ແລະ ເຊື່ອມຕໍ່ບັນດາຜະລິດຕະພັນທີ່ມີຄຸນຄ່າທີ່ເປັນເອກະລັກສະເພາະ ແລະເປັນສ່ວນລວມ, ຂອງທ້ອງຖິ່ນເພື່ອສ້າງລະບົບການບໍລິການໃນກຸ່ມຜະລິດຕະພັນທ່ອງທ່ຽວ “3 ທ້ອງຖິ່ນ-ຈຸດນັດພົບດຽວ”; ພ້ອມກັນນັ້ນ, ກໍເປັນເອກະພາບກັນທາງດ້ານເນື້ອໃນການໂຄສະນາເຜີຍແຜ່ການທ່ອງທ່ຽວ ໃຫ້ແກ່ທັງ 3 ທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)