• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

25 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມງານວາງສະແດງສາທາລະນະສຸກສາກົນ ຫວຽດນາມ 2019

ງານວາງສະແດງມີຮ້ານວາງສະແດງກວ່າ 600 ຮ້ານ ທີ່ມາຈາກ 25 ປະເທດ ແລະ ເຂດແຄວ້ນທີ່ມີຊື່ສຽງໃນຂົງເຂດການຢາ ແລະ ອຸປະກອນການແພດຄື; ເຢຍລະມັນ, ສ.ເກົາຫຼີ, ຕວກກີ, ຈີນ, ປາກິດສະຖານ, ອິນເດຍ, ການາດາ, ສິງກະໂປ, ໄທ, ມາເລເຊຍ... 

ພິທີໄຂງານວາງສະແດງ. (ພາບ: sggp. org.vn)

ຕອນເຊົ້າວັນທີ 11 ກັນຍາ, ຢູ່ນະຄອນໂຮ່່ຈີມິນ ພາຍໃຕ້ການເປັນປະທານຂອງກະຊວງສາທາລະນະສຸກ, ບໍລິສັດຫຸ້ນສ່ວນ ADPEX ຫວຽດນາມ, ສະຫະສະມາຄົມວິສາຫະກິດການຢາຫວຽດນາມ ແລະ ບໍລິສັດຫຸ້ນສ່ວນນໍາເຂົ້າ-ສົ່ງອອກ ສາທາລະນະສຸກຫວຽດນາມ ໄດ້ສົມທົບກັນ ຈັດຕັ້ງພິທີໄຂງານວາງສະແດງສາທາລະນະສຸກສາກົນ ຫວຽດນາມ ຄັ້ງທີ 14. ນີ້ແມ່່ນໜຶ່ງໃນບັນດາງານວາງສະແດງສະເພາະຂະແໜງສາທາລະນະສຸກ ທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ຫວຽດນາມ.

        ປີ 2019 ນີ້, ງານວາງສະແດງມີຮ້ານວາງສະແດງກວ່າ 600 ຮ້ານ ທີ່ມາຈາກ 25 ປະເທດ ແລະ ເຂດແຄວ້ນທີ່ມີຊື່ສຽງໃນຂົງເຂດການຢາ ແລະ ອຸປະກອນການແພດຄື; ເຢຍລະມັນ, ສ.ເກົາຫຼີ, ຕວກກີ, ຈີນ, ປາກິດສະຖານ, ອິນເດຍ, ການາດາ, ສິງກະໂປ, ໄທ, ມາເລເຊຍ... ງານວາງສະແດງດັ່ງກ່າວ ຖືກຈັດຂ້ຶນຢູ່ ສູນວາງສະແດງສາກົນ SECC (ເມືອງ 7, ນະຄອນໂຮ່ຈີມິນ) ຮອດວັນທີ 14 ກັນຍາ ຈຶ່ງອັດລົງ ແລະ ຄາດວ່າ ຈະດຶງດູດຜູ້ເຂົ້າຢ້ຽມຊົມປະມານ 15.000 ເທື່ອຄົນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top