• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

2 ເດືອນຕົ້ນປີ,ຫວຽດນາມດຶງດູດເງິນລົງທຶນຈາກຕ່າງປະເທດບັນລຸ3,4ຕື້USD

(ພາບ​ປະ​ກອບ: thanglong.chinhphu.vn)
          ຕາມ​​ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນ, ໃນ 2 ເດືອ​ນ​ຕົ້ນ​ປີ, ​ການ​ດຶງ​ດູດຍອດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ທີ່​ຈົດ​ທະ​ບຽນ​ສະ​ໜອງ​ໃໝ່, ເພີ່ມ​ເຕີ່ມ ແລະ ປະ​ກອບທຶນ​ຊື້​ຫຸ້ນ​ຂອງ​ທົ່ວ​ປະ​​ເທດ​ບັນ​ລຸ 3,4 ຕື້ USD, ເພີ່ມ​ຂຶ້ນ 21,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ຂອງ​ປີ 2016. ໄລ​ຮອດ​ເດືອນ 02, ໄດ​້​ມີ 116 ປະ​ເທດ ແລະ ເຂດ​ແຄ້ວນ​ມີ​ການ​ລົງ​ທຶນ​ເຂົ້​າ​ຫວຽດ​ນາມ, ໃນ​ນັ້ນ​ຢືນ​ແຖວ​ໜ້າ​ແມ່ນ​ສ.ເກົາ​ຫຼີ ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ແມ່ນ 51 ຕື້ USD (ກວ​ມ​ເອົາ 16% ຍອດ​ຈຳ​ນວນເງິນ​ລົງ​ທຶນ). ນະ​ຄອນ​ໂຮ່​ຈິ​ມິນ​ ແມ່ນ​ທ້ອງ​ຖິ່ນ​ນຳ​ໜ້າ​ໃນ​ການ​ດຶງດ​ູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ດ້ວຍ​ຈຳ​ນວນ​ເງິນ​ລົງ​ທຶນ 45,4 ຕື້ USD(ກວ​ມ​ເອົາ 15,2% ຍອດຈຳ​ນວນ​ເງິນ​ລົງ​ທຶນ).
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top