• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

2 ຖ້ຽວບິນພິເສດຂົນສົ່ງຜູ້ໂດຍສານ 600 ຄົນເປັນພົນລະເມືອງ ອີຢູ ຈາກ ຫວຽດນາມ ກັບເມືອປະເທດ

ຕອນເຊົ້າວັນທີ 08 ເມສາ, ຖ້ຽວບິນພິເສດໄດ້ຂົນສົ່ງຜູ້ໂດຍສານປະມານ 300 ຄົນ ຈາກຫວຽດນາມ ໄປຍັງສະໜາມບິນ Frankfurt, ປະເທດ ເຢຍລະມັນ.


ຖ້ຽວບິນພິເສດຂົນສົ່ງຜູ້ໂດຍສານ 600 ຄົນເປັນພົນລະເມືອງອີຢູ ຈາກຫວຽດນາມ ກັບເມືອປະເທດ

(ພາບ: VNA)


ນີ້ແມ່ນຖ້ຽວບິນທີ 2 ພາຍຫຼັງຖ້ຽວບິນໃນວັນທີ 06 ເມສາ ທີ່ຂົນສົ່ງພົນລະເມືອງເຢຍລະມັນ ແລະ ສະຫະພາບເອີລົບ (ອີຢູ) ທີ່ພວມຖືກຕິດຄ້າງຢູ່ຫວຽດນາມ ຍ້ອນໂລກລະບາດໂຄວິດ-19 ກັບເມືອປະເທດ. ບັນດາຖ້ຽວບິນດັ່ງກ່າວ ແມ່ນລັດຖະບານເຢຍລະມັນ ອຸປະຖຳ. ສະນັ້ນ, 2 ຖ້ຽວບິນທີ່ໄດ້ຂົນສົ່ງຜູ້ໂດຍສານກັບເມືອປະເທດນັ້ນ ລວມທັງໝົດ ເກືອບ 600 ຄົນ.

ໃນນັ້ນ, ຖ້ຽວບິນໃນວັນທີ 08 ເມສາ, ກໍ່ໄດ້ສົມທົບກັບການຂົນສົ່ງເຄື່ອງອຸປະກອນການແພດເຊິ່ງລັດຖະບານ, ປະຊາຊົນຫວຽດນາມ ຊ່ວຍເຫຼືອ ໃຫ້ລັດຖະບານ ແລະ ປະຊາຊົນ 5 ປະເທດ ເຢຍລະມັນ, ອີຕາລີ, ແອັດສະປາຍ ແລະ ອັງກິດ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top