• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

19 ມື້ຜ່ານມາ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນວົງຄະນະຍາດ

 ໄລ່ຮອດ 6 ໂມງ ຕອນເຊົ້າວັນທີ 05 ພຶດສະພາ, ຫວຽດນາມ ສືບຕໍ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ໃໝ່.

19 ມື້ຜ່ານມາ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນວົງຄະນະຍາດ

ສະນັ້ນ, ໄລ່ມາຮອດປັດຈຸບັນ, ໃນ 19 ມື້ຜ່ານມາ, ຫວຽດນາມ ບໍ່ມີຜູ້ຕິດແປດໃໝ່ໃນວົງຄະນະຍາດ. ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ຍອດຈຳນວນຜູ້ຕິດເຊື້ອແມ່ນ 271 ຄົນ, ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 221 ຄົນ. ໃນນັ້ນ, ຈຳນວນຜູ້ມີຜົນວິໄຈເປັນລົບກັບໄວຣັດ SARS-CoV-2 ເທື່ອທີໜຶ່ງແມ່ນ 10 ຄົນ; ຈຳນວນຜູ້ມີຜົນວິໄຈເປັນລົບກັບໄວຣັດ SARS-CoV-2 ເທື່ອທີສອງຂຶ້ນໄປແມ່ນ 11 ຄົນ.

        ຄາດຄະເນວ່າ ໃນຕອນເຊົ້າວັນທີ 05 ພຶດສະພາ, ຢູ່ໂຮງໝໍພະຍາດເຂດຮ້ອນສູນກາງສາຂາທີ 2 ຈະມີຜູ້ຕິດເຊື້ອໂຄວິດ-19 5 ຄົນ ໄດ້ຮັບການປະກາດຫາຍດີເປັນປົກກະຕິ.

ແລະກໍ່ໃນຕອນເຊົ້າວັນທີ 5 ພຶດສະພາ, ຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອ Covid – 19 11 ຄົນ ເຊິ່ງພວມໄດ້ຮັບການປິ່ນປົວຢູ່ຫ້ອງໝໍພະຍາດເຂດຮ້ອນສູນກາງ ໄດ້ຮັບປະກາດວ່າ ຫາຍດີເປັນປົກກະຕິ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top