• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

13 ຄາດໝາຍເສດຖະກິດຈະບັນລຸ ແລະ ລື່ນກາຍແຜນການ

      ວັນທີ 12 ຕຸລາ, ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ດຳເນີນກອງປະຊຸມຄັ້ງທີ 15, ປະກອບຄຳເຫັນກ່ຽວກັບບົດລາຍງານຕີລາຄາໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2017 ແລະ ແຜນການປີ 2018. 

ທ່ານນາງປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ 
      ຕາມການຕີລາຄາຂອງລັດຖະບານແລ້ວ, ໝາກຜົນພົ້ນເດັ່ນຂອງປີນີ້ແມ່ນການເຕີບໂຕ GDP ທັງປີ ຄາດວ່າບັນລຸ 6,7%, ປະຕິບັດສຳເລັດຄາດໝາຍໄດ້ວາງອອກ, ການເຕີບໂຕຂອງໄຕມາດນີ້ສູງກ່ວາໄຕມາດກ່ອນດ້ວຍຊ່ອງຫວ່າງສູງ. ພົ້ນເດັ່ນແມ່ນຂົງເຂດອຸດສາຫະກຳ ແລະ ການກໍ່ສ້າງ, ການບໍລິການ ລ້ວນແຕ່ເພີ່ມຂຶ້ນຢ່າງແຮງ 7,6%. ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳຟື້ນຕົວ, ເພີ່ມຂຶ້ນ 2,9%. ທັງ 13 ຄາດໝາຍໃນມະຕິຂອງສະພາແຫ່ງຊາດ ລ້ວນແຕ່ຄາດວ່າບັນລຸ ແລະ ລື່ນກາຍເມື່ອທຽບໃສ່ແຜນການ ແມ່ນໝາກຜົນເປັນໜ້າຈົດຈຳ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຖືວ່າ:
      “ລັດຖະບານໄດ້ຂ້ຽວຂາດ ແລະ ມີຫຼາຍນະໂຍບາຍແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນຊຸມປີກ່ອນ ແລະ ບັນດານະໂຍບາຍແກ້ໄຂບັນດາບັນຫາເກີດຂຶ້ນໃນປີ 2017. ເວົ້າລວມແລ້ວ, ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານ, ເຕີບໂຕເສດຖະກິດໄຕມາດນີ້ສູງກ່ວາໄຕມາດກ່ອນ. ຕາມຄວາມຄືບໜ້ານີ້ແລ້ວ, GDP ບັນລຸ 6,7% ແມ່ນສາມາດບັນລຸໄດ້.”
 (ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top