• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

11 ກະຊວງ, ຂະແໜງການຫຼຸດຜ່ອນກວ່າ 50% ເງື່ອນໄຂດໍາເນີນທຸລະກິດທັງໝົດ

      ຮອດເດືອນ ມິຖຸນາ ປີ 2018, 11 ກະຊວງ, ຂະແໜງການຂອງຫວຽດນາມ ໄດ້ຍົກອອກຫຼາຍວິທີການ ດ້ວຍຜົນງານເບື້ອງຕົ້ນແມ່ນຫຼຸດລົງ ແລະຫັນ ເປັນງ່າຍດາຍ ກວ່າ 50%ເງື່ອນໄຂດໍາເນີນທຸລະກິດ. 
           ຜ່ານນັ້ນ  ໄດ້ຕອບສະໜອງຕາມຄວາມຮຽກຮ້ອງຂອງລັດຖະບານທີ່ໄດ້ວາງອອກເມື່ອຕົ້ນປີ 2018. ທ່ານ ຫວູຕ໋ຽນໂລກ, ປະທານຫ້ອງການ ການຄ້າ ແລະ ອຸດສາຫະກໍາຫວຽດນາມ, ຕີລາຄາວ່າ:
        ເຖິງວ່າພວກເຮົາມີຄວາມປິຕິຊົມຊື່ນຕໍ່ຕົວເລກ ແມ່ນ 50%, 70% ບັນດາເງື່ອນໄຂດໍາເນີນທຸລະກິດໄດ້ຫຼຸດລົງ ແຕ່ຕ້ອງເບິ່ງທາດແທ້ຂອງບັນຫາ, ຕົວເລກຫຼຸດເງື່ອນໄຂດໍາເນີນທຸລະກິດລົງ ບາງເທື່ອແມ່ນບໍ່ແທດຈິງ. ຫຼືແມ່ນເງື່ອນໄຂດໍາເນີນທຸລະກິດທີ່ໄດ້ໃສ່ບັນຊີລາຍຊື່ເງື່ອນໄຂຖືກດັດປັບ, ຫຼຸດລົງ, ຖືກປັບປຸງ ແຕ່ບາງເທື່ອພຽງແຕ່ປັບປຸງ ຄໍາປະໂຫຍກ, ບໍ່ແທດຈິງ ແລະ ມີລັກສະນະເປັນຮູບແບບເທົ່ານັ້ນ”.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ວັນທີ 18 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 36 ຂອງ ບັນດາປະເທດພາຄີ ສົນທິສັນຍາອົງການສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ (ສ ອາເມລິກາ), ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ, ຮອງຜູ້ນຳນວຍການ ສະຖາບັນການຕ່າງປະເທດ, ຜູ້ສະໝັກຮັບເລືອກຕັ້ງ ຂອງ ຫວຽດນາມ ໄດ້ຮັບເລືອກຕັ້ງ ເຂົ້າໃນຕຳແໜ່ງ ຜູ້ພິພາກສາ ສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026-2035 ດ້ວຍຄະແນນສຽງສູງສຸດ ໃນພາກພື້ນ ອາຊີ - ປາຊີຟິກ.

Top