• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

11 ເດືອນ​ຂ​ອງ​ປີ 2024, ກະ​ສິ​ກຳ​ປ່າ​ໄມ້, ສິນ​ໃນ​ນ້ຳຂອງ ຫວຽດ​ນາມ ​ສົ່ງ​ອອກເກີນ​ດຸນ​ ບັນ​ລຸ​ເກືອບ 16,5 ຕື້ USD

ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງເດືອນພະຈິກປີ 2024 ຄາດວ່າບັນລຸ 5,3 ຕື້ USD.
(ພາບປະກອບ: VOV)

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງເດືອນພະຈິກປີ 2024 ຄາດວ່າບັນລຸ 5,3 ຕື້ USD, ນຳວົງເງິນການຄ້າສົ່ງອອກຜະລິດຕະພັນກະເສດເຄື່ອງປ່າຂອງດົງ, ສິນໃນນ້ຳໃນ 11 ເດືອນຂອງປີ 2024 ບັນລຸ 56,74 ຕື້ USD, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023; ການສົ່ງອອກເກີນດຸນບັນລຸ 16,46 ຕື້ USD, ເພີ່ມຂຶ້ນ 52,8% ເມື່ອທຽບໃສ່ໄລຍະດຽວກັນ.

ຖ້າໄລ່ຕາມປະເພດສິນຄ້າ, ຫວຽດນາມ ມີຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ກະເສດ, ສິນໃນນ້ຳ 7 ປະເພດ ເກີນດຸນການຄ້າ ບັນລຸກວ່າ 1 ຕື້ USD, ລວມມີ: ໄມ້ ແລະ ຜະລິດຕະພັນຈາກໄມ້; ຜັກໝາກໄມ້; ກາເຟ; ເຂົ້າ; ກຸ້ງ; ປາຈາ; ໝາກພິກໄທ… ກ່ຽວກັບຕະຫຼາດສົ່ງອອກ, ປັດຈຸບັນ, ອາຊີແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງບັນດາປະເພດສິນຄ້າດັ່ງກ່າວຂອງ ຫວຽດນາມ ໂດຍກວມເອົາອັດຕາ 48,2%; ຖັດຈາກນັ້ນແມ່ນ ທະວີບ ອາເມລິກາ ແລະ ເອີຣົບ ດ້ວຍອັດຕາສ່ວນ 23,7% ແລະ 11,3% ຕາມລຳດັບ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ໃນການເລືອກຕັ້ງສະມາຊິກສະພາແຫງຊາດຊຸດທີ XVI, ນະຄອນ ໂຮ່ຈີມິນໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ 38 ທ່ານ (ໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ 64 ທ່ານ), ສູງທີ່ສຸດໃນທົ່ວປະເທດ.

Top