• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

10 ປີ ແຫ່ງເວ​ທີປາ​ໄສ​ເສດ​ຖະ​ກິດ​ຝ່າຍ​ຕາ​ເວັນ​ອອກ 2025

ຫົວເລື່ອງຂອງເວທີປາໄສປີນີ້ແມ່ນ “ຕາເວັນອອກໄກ: ການຮ່ວມມືເພື່ອສັນຕິພາບ ແລະ ຄວາມວັດຖະນາຖາວອນ”.
  ເວທີປາໄສເສດຖະກິດຝ່າຍຕາເວັນອອກ ຄັ້ງທີ 9 ດຶງດູດຜູ້ແທນກວ່າ 6.000 ຄົນ ເຂົ້າຮ່ວມ (ພາບ: TTXVN)  
ແຕ່ວັນທີ 3-6 ກັນຍາ, ເວທີປາໄສເສດຖະກິດຝ່າຍຕາເວັນອອກ 2025 (EEF 2025) ຈະຈັດຂຶ້ນຢູ່ນະຄອນ Vladivostok, ຂຶ້ນກັບເຂດຕາເວັນອອກໄກ ລັດເຊຍ, ເປັນຂີດໝາຍ 10 ປີແຫ່ງການສ້າງຕັ້ງເວທີປາໄສນີ້ຢ່າງເປັນທາງການ ແລະ ຈັດຂຶ້ນເປັນປະຈຳປີ. ກອງທຶນ Roscongress, ຫົວໜ່ວຍຈັດຕັ້ງ EEF-2025,  ໃຫ້ຮູ້ວ່າ: ຫົວເລື່ອງຂອງເວທີປາໄສປີນີ້ແມ່ນ “ຕາເວັນອອກໄກ: ການຮ່ວມມືເພື່ອສັນຕິພາບ ແລະ ຄວາມວັດຖະນາຖາວອນ”. ຄາດວ່າ, ໃນຂອບເຂດເວທີປາໄສ, ຈະມີປະມານ 90 ວາລະປະຊຸມຫົວເລື່ອງສະເພາະ, ແບ່ງເປັນ 7 ກຸ່ມຫົວເລື່ອງສະເພາະ ຈະໄດ້ຍົກອອກມາປຶກສາຫາລື, ໃນນັ້ນ, ສຸມໃສ່ບັນດາບັນຫາພັດທະນາເສຖະກິດ-ສັງຄົມເຂດຕາເວັນອອກໄກ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ, ດຶງດູດການລົງທຶນ, ພັດທະນາເຕັກໂນໂລຊີ, ການຮ່ວມມືສາກົນ, ພັດທະນາບັນດາໂຄງການຂ້າມຊາຍແດນ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືກັບບັນດາປະເທດ ອາຊີ-ປາຊີຟິກ. ນອກຈາກນັ້ນ, ບັນດາການໂອ້ລົມສົນທະນາກ່ຽວກັບການດຳເນີນທຸລະກິດລະຫວ່າງ ລັດເຊຍ-ຈິນ, ລັດເຊຍ-ອາຊຽນ, ລັດເຊຍ-ໄທ… ກໍ່ຈະຖືກຈັດຂຶ້ນໃນຂອບເຂດເວທີປາໄສປີ 2025 ນີ້.

(ແຫຼ່ງຄັດຈາກ VOV)

ປະ​ຊ​າ​ຄົມ​ໂລກ​ຮຽກ​ຮ້ອງ​ການ​ສືບ​ສວນ​ເອ​ກະ​ລາດ​ກ່ຽວ​ກັບ​ເຫດ​ການ​ໂຮງ​ໝໍ Nasser ຢູ່ ກາ​ຊາ ​ຖືກ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ

ປະ​ຊ​າ​ຄົມ​ໂລກ​ຮຽກ​ຮ້ອງ​ການ​ສືບ​ສວນ​ເອ​ກະ​ລາດ​ກ່ຽວ​ກັບ​ເຫດ​ການ​ໂຮງ​ໝໍ Nasser ຢູ່ ກາ​ຊາ ​ຖືກ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ

“ຮູ້ສຶກເສຍດາຍທີສຸດ” ຕໍ່ເຫດບຸກໂຈມຕີທາງອາກາດ ໂດຍກຳລັງປ້ອງກັນຕົວ Israel (IDF) ປະຕິບັດ ທີ່ເລັ່ງໃສໂຮງໝໍ Nasser ຢູ່ນະຄອນ Khan Younis ທາງທິດໃຕ້ເຂດ ກາຊາ ຊື່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 20 ຄົນ, ໃນນັ້ນ ມີນັກຂ່າວ 5 ຄົນ ແລະ ນັກກູ້ໄພກູ້ຊີບຫຼາຍຄົນ."

Top