2. ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢ້ຽມຢາມ ສປ ຈີນ - ຂີດໝາຍສຳຄັນໃນການພົວພັນຂອງສອງປະເທດ
ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈີ້ນຜິງ ຢູ່ເທິງເວທີໄດ້ຮັບຟັງຄະນະດຸລິຍາງກອງທັບ ບັນເລງເພງຊາດ ຂອງສອງປະເທດ. ພາບ: ຈີ໋ຢຸ໊ງ-VNA
3. ສ້າງຕັ້ງຄະນະຊີ້ນຳຂັ້ນແຂວງ ກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໄພສໍ້ລາດບັງຫຼວງ
ຕອນເຊົ້າວັນທີ 18 ພະຈິກ 2022, ຢູ່ທີ່ສຳນັກງານສູນກາງພັກ, ຄະນະປະຈຳຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໄພສໍ້ລາດບັງຫຼວງ ໄດ້ຈັດຂຶ້ນ ພາຍໃຕ້ ການເປັນປະທານຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ຫົວໜ້າຄະນະຊີ້ນຳ. ພາບ: ຈີ໋ຢຸ໊ງ-VNA
4. ປະກາດໃຊ້ 6 ມະຕິກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນປະເທດ ແລະ ຄວາມໝັ້ນຄົງຂອງພາກພື້ນ
ຕັດພູເປີດເສັ້ນທາງດ່ວນ ຫວິງຫາວ-ຟານຖ໋ຽດ, ຄວາມຍາວເກືອບ 101 ກິໂລແມັດ, ເລີ່ມຕົ້ນໃນເມື່ອທ້າຍເດືອນ ກັນຍາ 2020 ດ້ວຍຍອດເງິນລົງທຶນເກືອບ 11.000 ຕື້ດົ່ງ. ພາບ: ຮຸຍຮຸ່ງ-VNA
5. ຫວຽດນາມ ເປີດປະຕູຊາຍແດນ, ຈັດຕັ້ງງານມະຫະກຳຊີເກມຄັ້ງທີ 31 ຢ່າງສຳເລັດຜົນ
ຄະນະຜູ້ແທນກິລາ ຫວຽດນາມ ໄດ້ປິດງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ດ້ວຍຜົນສຳເລັດເກີນການຄາດຄິດເມື່ອຍາດໄດ້ອັນດັບ 1 ໃນຕາຕະລາງ ຫຼຽນກາ ຊີເກມ ຄັ້ງທີ 31. ພາບ: ນັກກິລາ ກວ່າງວັນເກື່ອງ (ຊົນເຜົ່າໄທ, ກາງ), ຍາດໄດ້ຫຼຽນຄຳ ໃນການແຂ່ງຂັນລົດຖີບ, ລາຍການ ທາງຍາວ ໄລ່ເວລາ ຊາຍ ແລະ ຍິງ. ພາບ: VNA
6. ການເໜັງຕີງຂະໜາດໃຫຍ່ ໃນຕະຫຼາດພັນທະບັດ ຂອງບໍລິສັດ
ພາບລວມການປະຊຸມຂ່າວ ແນະນຳວ່າດ້ວຍການສະເໜີ ຊື້ຂາຍພັນທະບັດລັດວິສາຫະກິດ ເອກະຊົນ ຢູ່ ຕະຫຼາດພາຍໃນປະເທດ ແລະ ພັນທະບັດຂອງບໍລິສັດ ອອກສູ່ຕະຫຼາດສາກົນ. ພາບ: ຟ້າມເຮົ້າ-VNA
7. ຫວຽດນາມ ນຳໜ້າ ອາຊີຕາເວັນອອກສ່ຽງໃຕ້ ໃນການເຕີບໂຕທາງດ້ານເສດຖະກິດດີຈີຕອນ
GoStream ສະໜອງຜະລິດຕະພັນທີ່ມີລັກສະນະເດັ່ນໆ ຫຼາຍຢ່າງ ເພື່ອຮັບໃຊ້ຮູບແບບການຄ້າ ເອເລກຕໂຣນິກ, ຝຶກອົບຮົມ, ການປະຊຸມ, ການບັນເທີງອອນລາຍ... ໃນປັດຈຸບັນ ໄດ້ມີຄູ່ຮ່ວມງານຢູ່ ຫວຽດນາມ, ກໍາປູເຈຍ, ໄທ, ອິນໂດເນເຊຍ, ອິນເດຍ, ປາກິດສະຖານ, ອາຣັບບີ ຊາອູດິດ, ໃນເວລາດຽວກັນກຳລັງສຸມໃສ່ພັດທະນາຕະຫຼາດພາຍໃນປະເທດ, ຍູ້ແຮງການພັດທະນາອອກສູ່ໂລກ, ພິເສດແມ່ນ ເອີຣົບ ແລະ ອາເມລິກາ. ພາບ: ມິງດຶກ-VNA
8. ການຂາດແຄນນ້ຳມັນເຊື້ອໄຟໃນຫຼາຍທ້ອງຖິ່ນ
ປະຊາຊົນລໍຖ້າຊື້ນ້ຳມັນເຊື້ອໄຟຢູ່ປ້ຳນ້ຳມັນ ຖ໋າຍຖິ້ງ, ເມືອງ ດົ໋ງດາ, ຮ່າໂນ້ຍ, ວັນທີ 11 ພະຈິກ 2022. ພາບ: ຕ໋ວນດຶກ-VNA