ຂ່າວສານ

10 ເຫດການທີ່ພົ້ນເດັ່ນ ຂອງ ຫວຽດນາມ ໃນປີ 2022 ໂດຍ ສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂ່າວພາບ ຫວຽດນາມ ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2022 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດ ເລືອກ:

1. ການ​ເຕີບ​ໂຕ GDP ລື່ນ​ກາຍ​ແຜນ​ການ​ ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ​ທີ່​ຊຸດ​ໂຊມ

  ການ​ຂົນ​ສົ່ງ​ຕູ້​ຄອນ​ເທນ​ເນີ​ສິນຄ້າ​ ຢູ່​ທ່າ​ກຳ​ປັ່ນ ກາດລ໋າຍ (ນະຄອນ​ ໂຮ່ຈີ​ມິນ). ພາບ: ຮົ່ງດາດ-VNA 

2. ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢ້ຽມຢາມ ສປ ຈີນ - ຂີດໝາຍສຳຄັນໃນການພົວພັນຂອງສອງປະເທດ

  ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈີ້ນຜິງ ຢູ່ເທິງເວທີໄດ້ຮັບຟັງຄະນະດຸລິຍາງກອງທັບ ບັນເລງເພງຊາດ ຂອງສອງປະເທດ. ພາບ: ຈີ໋ຢຸ໊ງ-VNA  

3. ສ້າງ​ຕັ້ງ​ຄະນະ​ຊີ້​ນຳຂັ້ນແຂວງ ກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໄພ​ສໍ້​ລາດ​ບັງ​ຫຼວງ 

  ຕອນ​ເຊົ້າ​ວັນ​ທີ 18 ພະຈິກ 2022, ຢູ່​ທີ່​ສຳນັກງານ​ສູນ​ກາງ​ພັກ, ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ສູນ​ກາງ ​ກ່ຽວ​ກັບ​ການປ້ອງກັນ ແລະ ສະກັດກັ້ນໄພ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຈັດຂຶ້ນ ພາຍໃຕ້ ການເປັນປະທານຂອງ ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ, ຫົວໜ້າ​ຄະນະ​ຊີ້​ນຳ. ພາບ: ຈີ໋ຢຸ໊ງ-VNA

4. ປະກາດ​ໃຊ້ 6 ມະຕິ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ ​ແລະ ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ

  ຕັດ​ພູ​ເປີດເສັ້ນທາງດ່ວນ ຫວິງຫາວ-ຟານຖ໋ຽດ, ​ຄວາມ​ຍາວ​ເກືອບ 101 ກິ​ໂລ​ແມັດ, ເລີ່ມ​ຕົ້ນ​ໃນເມື່ອ​ທ້າຍ​ເດືອນ ກັນຍາ 2020 ດ້ວຍ​ຍອດ​ເງິນ​ລົງ​ທຶນ​ເກືອບ 11.000 ຕື້​ດົ່ງ. ພາບ: ຮຸຍຮຸ່ງ-VNA

5. ຫວຽດ​ນາມ ເປີດປະຕູ​ຊາຍ​ແດນ, ຈັດ​ຕັ້ງ​ງານ​ມະ​ຫະ​ກຳ​ຊີ​ເກມ​ຄັ້ງ​ທີ 31 ຢ່າງ​ສຳ​ເລັດ​ຜົນ

  ຄະນະ​ຜູ້​ແທນ​ກິລາ ​ຫວຽດນາມ ​ໄດ້​ປິດ​ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ດ້ວຍຜົນສຳເລັດເກີນການຄາດຄິດ​ເມື່ອ​ຍາດ​ໄດ້​ອັນ​ດັບ 1 ​ໃນ​ຕາຕະລາງ ຫຼຽນ​ກາ ​ຊີ​ເກມ ​ຄັ້ງ​ທີ 31. ພາບ: ນັກ​ກິລາ​ ກວ່າງ​ວັນ​ເກື່ອງ (ຊົນ​ເຜົ່າ​ໄທ, ກາງ), ຍາດ​ໄດ້​ຫຼຽນ​ຄຳ ​ໃນ​ການ​ແຂ່ງຂັນ​ລົດຖີບ, ​ລາຍການ ​ທາງ​ຍາວ ໄລ່ເວລາ ​ຊາຍ ​ແລະ ຍິງ. ພາບ: VNA

6. ການເໜັງຕີງຂະໜາດໃຫຍ່ ໃນຕະຫຼາດພັນທະບັດ ຂອງບໍລິສັດ

 ພາບລວມການ​ປະຊຸມ​ຂ່າວ​ ແນະນຳ​ວ່າ​ດ້ວຍ​ການ​ສະ​ເໜີ ​ຊື້​ຂາຍ​ພັນທະບັດ​ລັດ​ວິ​ສາ​ຫະກິດ​ ເອກະ​ຊົນ ​ຢູ່ ​ຕະຫຼາດ​ພາຍ​ໃນ​ປະ​ເທດ ແລະ ພັນທະບັດຂອງບໍລິສັດ ອອກສູ່ຕະຫຼາດສາກົນ. ພາບ: ຟ້າມເຮົ້າ-VNA

 7. ຫວຽດນາມ ນຳໜ້າ ອາຊີຕາເວັນອອກສ່ຽງໃຕ້ ໃນການເຕີບໂຕທາງດ້ານເສດຖະກິດດີຈີຕອນ

  GoStream ສະໜອງຜະລິດຕະພັນທີ່ມີລັກສະນະເດັ່ນໆ ຫຼາຍຢ່າງ ເພື່ອຮັບໃຊ້ຮູບແບບການຄ້າ ເອເລກຕໂຣນິກ, ຝຶກອົບຮົມ, ການປະຊຸມ, ການບັນເທີງອອນລາຍ... ໃນປັດຈຸບັນ ໄດ້ມີຄູ່ຮ່ວມງານຢູ່ ຫວຽດນາມ, ກໍາປູເຈຍ, ໄທ, ອິນໂດເນເຊຍ, ອິນເດຍ, ປາກິດສະຖານ, ອາຣັບບີ ຊາອູດິດ, ໃນເວລາດຽວກັນກຳລັງສຸມ​ໃສ່​ພັດ​ທະ​ນາ​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ, ຍູ້ແຮງ​ການ​ພັດ​ທະ​ນາ​ອອກ​ສູ່​ໂລກ, ພິ​ເສດ​ແມ່ນ​ ເອີ​ຣົບ ແລະ ອາ​ເມ​ລິ​ກາ. ພາບ: ມິງດຶກ-VNA

8. ການຂາດແຄນນ້ຳມັນເຊື້ອໄຟໃນຫຼາຍທ້ອງຖິ່ນ

  ປະຊາຊົນ​ລໍຖ້າ​ຊື້​ນ້ຳມັນ​ເຊື້ອ​ໄຟ​ຢູ່​ປ້ຳ​ນ້ຳມັນ​ ຖ໋າຍຖິ້ງ, ເມືອງ ​ດົ໋ງ​ດາ, ຮ່າ​ໂນ້ຍ, ວັນ​ທີ 11 ພະຈິກ 2022. ພາບ: ຕ໋ວນດຶກ-VNA

9. ໄພນໍ້າຖ້ວມຜິດປົກກະຕິ ຢູ່ພາກກາງ

 ໄພ​ນ້ຳ​ຖ້ວມເກີດຂຶ້ນ​ຢ່າງ​ກະທັນຫັນ​ໄດ້​ເຮັດ​ໃຫ້​ໂຮງຮຽນ ​ແລະ ​ເຮືອນ​ຄູ​ຫຼາຍ​ຫຼັງ ​ຢູ່​ເມືອງ ​ກີ່​ເຊີນ (​ແຂວງ ​ເງ້ະອານ) ​ຖືກ​ເສຍ​ຫາຍ ​ແລະ ເປ່ເພ. ພາບ: ບິກເຫວ້-VNA

10. ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ ບານ​ເຕະ​ຍິງ​ໂລກ​ເປັນ​ຄັ້ງ​ທຳ​ອິດ

ຄວາມ​ປິ​ຕິ​ຊົມ​ຊື່ນ ​ຂອງ​ບັນ​ດາ​ນັກ​ກິ​ລາ​ທີມ​ແມ່​ຍິງ ​ຫວຽດ​ນາມ ເມື່ອ​ປ້ອງ​ກັນ​ຫຼຽນ​ຄຳ SEA Games ຢູ່​ບ້ານ​ເກີດ​ຂອງ​ຕົນຢ່າງສຳເລັດຜົນ. ພາບ: ຮວ່າງລິງ-VNA

top