• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ Festival ເຂົ້າສານ ຫວຽດນາມ ຄັ້ງທີ V

      ຫວຽດນາມ ເປັນໜຶ່ງໃນບັນດາປະເທດສົ່ງອອກເຂົ້າສານນອນໃນກຸ່ມແຖວໜ້າຂອງໂລກ. ຜະລິດຕະພັນກະເສດປະເພດຕ່າງໆ, ໃນນັ້ນຂະແໜງເຂົ້າສານ ນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງຂອງຕົນຕໍ່ການພັດທະນາເສດຖະກິດຂອງປະເທດຊາດ. 
ການສະແດງສິລະປະໃນພິທີໄຂ
      ຕອນຄ່ຳວັນທີ 7 ມັງກອນ, ຢູ່ນະຄອນ ຫວິງລອງ, ແຂວງ ຫວິງລອງ, ສູນກາງ ສະມາຄົມຊາວກະສິກອນ ຫວຽດນາມ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ຄະນະກຳມະການປະຊາຊົນແຂວງ ຫວິງລອງ ໄດ້ສົມທົບກັນຈັດພິທີໄຂ Festival ເຂົ້າສານ ຫວຽດນາມ ຄັ້ງທີ V ປີ 2021 ດ້ວຍການເຂົ້າຮ່ວມຂອງຫ້າງຮ້ານທີ່ວາງຂາຍບັນດາຜະລິດຕະພັນທີ່ດີເດັ່ນນັບຮ້ອຍຮ້ານ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລືອງກວັກດວ່ານ, ປະທານສະມາຄົມຊາວກະສິກອນ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ເປັນໜຶ່ງໃນບັນດາປະເທດສົ່ງອອກເຂົ້າສານນອນໃນກຸ່ມແຖວໜ້າຂອງໂລກ. ຜະລິດຕະພັນກະເສດປະເພດຕ່າງໆ, ໃນນັ້ນຂະແໜງເຂົ້າສານ ນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງຂອງຕົນຕໍ່ການພັດທະນາເສດຖະກິດຂອງປະເທດຊາດ. ທ່ານກ່າວວ່າ:
        “ໄປຄຽງຄູ່ກັບຜົນງານທີ່ບັນລຸໄດ້, ຂະແໜງກະສິກຳເວົ້າລວມ ແລະ ຂົງເຂດຜະລິດ, ຈຳໜ່າຍ, ສົ່ງອອກເຂົ້າສານ ຫວຽດນາມ ເວົ້າສະເພາະ ແມ່ນຍັງປະສົບກັບຮົ້ວກີດຂວາງທີ່ໃຫຍ່ຫຼວງ. ນັ້ນແມ່ນການແກ້ງແຍ້ງກ່ຽວກັບຄຸນນະພາບ ແລະ ປະລິມານຕາມມາດຕະຖານສາກົນ ອັນໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ວິສາຫະກິດ, ນັກຄົ້ນຄວ້າຂອງບັນດາອົງການຈັດຕັ້ງ ແລະ ຊາວກະສິກອນ ຕ້ອງພ້ອມກັນຊອກຫາມາດຕະການເພື່ອນຳຜະລິດຕະພັນເຂົ້າສານທີ່ມີເຄື່ອງໝາຍການຄ້າ ຫວຽດນາມ ໃຫ້ພັດທະນາເປັນປົກກະຕິໃນຕະຫຼາດພາຍໃນ ແລະ ຕ່າງປະເທດ”.
Festival ຍັງຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ແລະ ຈະອັດລົງໃນວັນທີ 10 ມັງກອນ 2022.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top