• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂຮອບຊິງຊະນະເລີດ Robocon ຫວຽດນາມ ປີ 2018

ທີ່ງານແຂ່ງຂັນປີນີ້, ຫວຽດນາມ ໄດ້ຄັດເລືອກເອົາ 2 ທິມດີເດັ່ນທີ່ສຸດໃນທົ່ວປະເທດເພື່ອເຂົ້າຮ່ວມການແຂ່ງຂັນຫົວຄິດປະດິດສ້າງ Robocon ອາຊີ - ປາຊີຟິກ 2018

ພິທີໄຂໃນວັນທີ 8 ພຶດສະພາ 
32 ທິມດີເດັ່ນທີ່ສຸດໃນທົ່ວປະເທດເຂົ້າຮ່ວມຮອບຊິງຊະນະເລີດການແຂ່ງຂັນ Robocon ຫວຽດນາມ ປີ 2018 ດ້ວຍຫົວຂໍ້ “ໂຍນໝາກຄອນ”, ໄຂຂຶ້ນໃນວັນທີ 8 ພຶດສະພາ, ຢູ່ນະຄອນ ຫວິງອຽນ, ແຂວງ ຫວີງຟຸກ. ທີ່ງານແຂ່ງຂັນປີນີ້, ຫວຽດນາມ ໄດ້ຄັດເລືອກເອົາ 2 ທິມດີເດັ່ນທີ່ສຸດໃນທົ່ວປະເທດເພື່ອເຂົ້າຮ່ວມການແຂ່ງຂັນຫົວຄິດປະດິດສ້າງ Robocon ອາຊີ - ປາຊີຟິກ 2018. ແນວຄວາມຄິດຂອງການແຂ່ງຂັນຫົວຄິດປະດິດສ້າງ ອາຊີ - ປາຊີຟິກ 2018 ໄດ້ຮັບການສ້າງຕັ້ງໂດຍອີງໃສ່ການລະຫຼິ້ນພື້ນເມືອງທີ່ລຶ້ງເຄີຍຂອງ ຫວຽດນາມ ມີຊື່ວ່າ: “ໂຍນໝາກຄອນ”. ຫົວຂໍ້ການແຂ່ງຂັນດ້ວຍຈຸດໃໝ່ດ້ານເຕັກນິກຫຼາຍຢ່າງ ຮຽກຮ້ອງໃຫ້ບັນດາທິມອອກແບບ Robocon ຕ້ອງເຕົ້າໂຮມບັນດາປັດໄຈຄື: ເຕັນນິກ, ລະດັບຄວາມຊັດເຈນ, ຄວາມຄ່ອງແຄ້ວ ແລະ ການອອກແບບໝາກຄອນທີ່ເປັນເອກະລັກສະເພາະ, ມີສີສັນຫຼາກຫຼາຍເປັນສີສັນສະເພາະຂອງແຕ່ລະທິມ…
(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິ​ດ​ຕະ​ພາບ, ການ​ຮ່ວມ​ມື ຫວຽດ​ນາມ ລາວ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິ​ດ​ຕະ​ພາບ, ການ​ຮ່ວມ​ມື ຫວຽດ​ນາມ ລາວ ກຳ​ປູ​ເຈຍ

ທ່ານດ່​ວານ​ມິງ​ຮວນ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ ເນັ້ນ​ໜັກ​ວ່າ​ເລື່ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຮ່ຳ​ຮຽນ ແລະ ການ​ແລກ​ປ່ຽນ​ລະ​ຫວ່າງ​ພະ​ນັກ​ງາ​ນ​ໜຸ່ມ​ສາມ​ປະ​ເທດ​ມີ​ຄວາມ​ໝາຍ​ຍາວ​ນານ​ຕໍ່​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ

Top