• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂລາຍການທ່ອງທ່ຽວ “ ຜ່ານບັນດາເຂດທ່ອງທ່ຽວມໍລະດົກຫວຽດບັກ”

      ລາຍການທ່ອງທ່ຽວ ຜ່ານບັນດາເຂດທ່ອງທ່ຽວມໍລະດົກຫວຽດບັກຄັ້ງທີ 9 ແລະ ສັບປະດາທ່ອງທ່ຽວ ບາເບ-ບັກກ້ານປີ 2017 ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 18 ພະຈິກຢູ່ປ່າສະຫງວນແຫ່ງຊາດບາເບ ໃນແຂວງບັກກ້ານ

ໄຂລາຍການທ່ອງທ່ຽວ“ ຜ່ານບັນດາເຂດທ່ອງທ່ຽວມໍລະດົກຫວຽດບັກ”
      ລາຍການທ່ອງທ່ຽວ “ ຜ່ານບັນດາເຂດທ່ອງທ່ຽວມໍລະດົກຫວຽດບັກ” ຄັ້ງທີ 9 ແລະ ສັບປະດາທ່ອງທ່ຽວ ບາເບ-ບັກກ້ານປີ 2017 ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 18 ພະຈິກຢູ່ປ່າສະຫງວນແຫ່ງຊາດບາເບ ໃນແຂວງບັກກ້ານ ເພື່ອແນໃສ່ໂຄສະນາເຜີຍແຜ່ກ່ຽວກັບດິນແດນ, ປະຊາຊົນ ແລະ ວັດທະນະທຳ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ 6 ແຂວງໃນເຂດຖານທີ່ໝັ້ນຫວຽດບັກ ລວມມີ ກາວບັງ, ບັກກ້ານ, ລ້າງເຊີນ, ທ້າຍງວຽນ, ຕວຽນກວາງ ແລະ ຮ່າຢາງ. ລາຍການກໍເປັນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມທົ່ວເຂດຫວຽດບັກ ກໍຄືທົ່ວປະເທດ. ກ່າວຄຳເຫັນທີ່ ລາຍການທ່ອງທ່ຽວ “ ຜ່ານບັນດາເຂດທ່ອງທ່ຽວມໍລະດົກຫວຽດບັກ” ຄັ້ງທີ 9, ທ່ານນາງ ດັ້ງທິບິກ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຖືວ່າ : 
     “ ເພື່ອໃຫ້ທ່ອງທ່ຽວມີສ່ວນປົວແປງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ສະເໜີບັນດາແຂວງໃນເຂດຫວຽດບັກຈົ່ງຮ່ວມແຮງຮ່ວມໃຈ, ຍູ້ແຮງການຮ່ວມສຳພັນຮ່ວມມືພັດທະນາການທ່ອງທ່ຽວ, ພ້ອມກັນເອົາໃຈໃສ່ເຖິງການລົບລ້າງຄວາມອິດຫິວຫຼຸດຜ່ອນຄວາມທຸກຍາກ, ຕັ້ງໜ້າຍູ້ແຮງການຫັນເປັນວຽກງານຂອງສັງຄົມ, ອະນຸລັກ ແລະ ເສີມຂະຫຍາຍສີສັນວັດທະນະທຳແຫ່ງຊາດ, ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ສ້າງຄວາມດູດດື່ມສະເພາະຂອງແຕ່ລະແຂວງ ແລະ ແຕ່ລະເຂດ ”
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top