• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານວາງສະແດງ “50 ປີແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ”

      ງານວາງສະແດງ “50 ປີແຫ່່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ” ຖືກຈັດຂຶ້ນ ເພື່ອແນໃສ່ຢັ້ງຢືນບັນດາຄຸນຄ່າອັນໃຫຍ່ຫຼວງຂອງຄໍາພິໄນກໍາອັນສັກກະລະບູຊາຂອງປະທານໂຮ່ຈີມິນ ໄດ້ສ້າງໄວ້ໃຫ້ແກ່ຄົນລຸ້ນຫຼັງ.

ຈຸດພົ້ນເດັ່ນຂອງງານວາງສະແດງຄັ້ງນີ້ ແມ່ນເຂດວາງສະແດງລວມທີ່ມີຫົວຂໍ້ວ່າ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ແຫຼ່ງແສງສະຫວ່າງເຍືອງທາງ” ດ້ວຍເອກະສານ, ພາບຖ່າຍ ແລະ ວັດຖຸພັນເກືອບ 200 ຢ່າງ (ພາບ: TTXVN)
      ງານວາງສະແດງ “50 ປີແຫ່່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ” ຖືກໄຂຂຶ້ນໃນຕອນຄໍ່າວັນທີ 30 ສິງຫາ, ຢູ່ສູນວາງສະແດງວັດທະນະທໍາສິລະປະຫວຽດນາມ ໂດຍມີການເຂົ້າຮ່ວມຂອງຫຼາຍແຂວງ, ນະຄອນທີ່ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານໂຮ່ຈີມິນຄື: ເງະອານ, ກາວບັ່ງ, ທ໊າຍງວຽນ, ນະຄອນໂຮ່ຈີມິນ, ຫ໋າຍເຢືອງ ພ້ອມກັບຫໍພິພິທະພັນບາງແຫ່ງ. ງານວາງສະແດງດັ່ງກ່າວຖືກຈັດຂຶ້ນ ເພື່ອແນໃສ່ຢັ້ງຢືນບັນດາຄຸນຄ່າອັນໃຫຍ່ຫຼວງຂອງຄໍາພິໄນກໍາອັນສັກກະລະບູຊາຂອງປະທານໂຮ່ຈີມິນ ໄດ້ສ້າງໄວ້ໃຫ້ແກ່ຄົນລຸ້ນຫຼັງ; ປະກອບສ່ວນຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນໃນການປະຕິບັດຄໍາພິໄນກໍາຂອງເພິ່ນ; ສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານໂຮ່ຈີມິນ...
        ຈຸດພົ້ນເດັ່ນຂອງງານວາງສະແດງຄັ້ງນີ້ ແມ່ນເຂດວາງສະແດງລວມທີ່ມີຫົວຂໍ້ວ່າ “ຄໍາພິໄນກໍາຂອງປະທານໂຮ່ຈີມິນ - ແຫຼ່ງແສງສະຫວ່າງເຍືອງທາງ” ດ້ວຍເອກະສານ, ພາບຖ່າຍ ແລະ ວັດຖຸພັນເກືອບ 200 ຢ່າງ, ແນະນໍາເຖິງມະຫາຊົນກ່ຽວກັບບັນດາຜົນງານທີ່ພົ້ນເດັ່ນເຊິ່ງຫວຽດນາມ ບັນລຸໄດ້ໃນໄລຍະ 50 ປີຜ່ານມາ; ພາບຖ່າຍພິໄນກໍາສະບັບຕົ້ນຂອງປະທານໂຮ່ຈີມິນ10 ໜ້າ... ງານວາງສະແດງຈະແກ່ຍາວໄປຮອດວັນທີ 03 ກັນຍາ 2019 ຈ່ຶງອັດລົງ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top