• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນປື້ມອ່ານ ຮ່າໂນ້ຍ ຄັ້ງທີ 6 ດ້ວຍຫົວຂໍ້ “ຮ່າໂນ້ຍ - ນະຄອນ ແຫ່ງສັນຕິພາບ”

      ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ ແລະ 20 ປີ ແຫ່ງວັນຮ່າໂນ້ຍໄດ້ຮັບການຮັບຮອງຈາກ ຢູແນັດໂກ ວ່າ ນະຄອນແຫ່ງສັນຕິພາບ”, ຕອນເຊົ້າວັນທີ 02 ຕຸລາ, ຢູ່ເຂດປູຊະນີຍະສະຖານ ພະລາດຊະວັງ ແທັງລອງ  ໄດ້ຈັດງານບຸນປື້ມອ່ານຮ່າໂນ້ຍຄັ້ງທີ 6 ປີ 2019 ດ້ວຍຫົວຂໍ້ ຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ”.

ງານບຸນປື້ມອ່ານຮ່າໂນ້ຍ ຄັ້ງທີ 6 
      ນີ້ແມ່ນງານບຸນປື້ມອ່ານທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ  ແລະ ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ, ຮ້ານຂາຍປື້ມ, ຜູ້ແຕ່ງຜູ້ຂຽນ ທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ ໄດ້ພົບປະແລກປ່ຽນ, ລົງນາມໃນສັນຍາ, ຮ່ວມສໍາພັນພິມຈໍາໜ່າຍ ແລະ ແລກປ່ຽນລິຂະສິດ. ກ່າວຄໍາເຫັນໄຂງານບຸນປື້ມອ່ານ, ທ່ານ ຮວ່າງຫວິງບ໋າວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ເນັ້ນໜັກວ່າ:
        ການສົ່ງເສີມ ແລະ ພັດທະນາຂະບວນການອ່ານປື້ມໃນທົ່ວປວງຊົນ ແມ່ນກໍາລັງໜູນ ແລະ ພາຫະນະເພື່ອມຸ່ງໄປເຖິງການສ້າງສັງຄົມອະລິຍະທໍາ. ຫວັງວ່າ ຜ່ານເຫດການດັ່ງກ່າວ, ນະຄອນຮ່າໂນ້ຍ ແລະ ບັນດາທ້ອງຖິ່ນພາຍໃນປະເທດຈະສືບຕໍ່ເອົາໃສ່ໃຈເຖິງວັດທະນະທໍາການອ່ານ, ລົງທຶນຈັດຕ້ັງຫຼາຍເຫດການແບບນີ້ໃຫ້ແທດຈິງ ແລະຫຼາຍກວ່ານີ້ອີກ ເພື່ອໃຫ້ປະຊາຊົນມີໂອກາດໄດ້ເຂົ້າເຖິງການອ່ານປື້ມຕື່ມອີກ”.
ນອກຈາກບັນດາຮ້ານວາງສະແດງປື້ມອ່ານທີ່ເປັນມູນເຊື້ອແລ້ວ, ງານບຸນປື້ມອ່ານຍັງໄດ້ແນະນໍາຕໍ່ເຖິງຜູ້ອ່ານບັນດາເອກະສານປະຫວັດສາດກ່ຽວກັບ ແທັງລອງ - ຮ່າໂນ້ຍ ດ້ວຍຫົວຂໍ້ “ຮ່າໂນ້ຍ - 20 ປີ ແຫ່ງວັນຮັບຮອງເປັນນະຄອນແຫ່ງສັນຕິພາບ”.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top