• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສຸດຍອດການນຳວິສາຫະກິດ APEC 2017

      ດ້ວຍຫົວເລື່ອງ: “ສ້າງກຳລັງໜູນໃໝ່ກວ່າອີກ, ພ້ອມກັນເພີ່ມພູນຄູນສ້າງອະນາຄົດ”, APEC CEO Summit 2017 ສຸມໃສ່ປຶກສາຫາລືບັນດາທ່າອ່ຽງໃໝ່ຂອງໂລກາພິວັດ, ການປະຕິວັດວິທະຍາສາດເຕັກໂນໂລຢີ.
      ໜື່ງໃນບັນດາເຫດການເຊິ່ງວົງການດຳເນີນທຸລະກິດລໍຄອຍໃນຂອບເຂດ ສັບປະດາຂັ້ນສູງ APEC 2017 ນັ້ນແມ່ນ ກອງປະຊຸມສຸດຍອດການນຳວິສາຫະກິດ APEC 2017 (APEC CEO Summit 2017), ໄດ້ໄຂຂຶ້ນໃນວັນທີ 08 ພະຈິກ ຢູ່ ດ່າໜັງ. ທ່ານ ເຈີ່ນດ້າຍກວາງ ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມ.
        ນີ້ແມ່ນເຫນການເຕົ້າໂຮມບັນດາການນຳວິສາຫະກິດ ຈາກບັນດາພື້ນຖານເສດຖະກິດ  ຂະຫຍັນຂັນເຄື່ອນທີ່ສຸດ ຢູ່ໃນໂລກ, ບັນດານັກປາຖະກະຖາທີ່ມາຈາກບັນດາອົງການຈັດຕັ້ງມີຜົນສະທ້ອນທີສຸດໃນທົ່ວໂລກ ພ້ອມກັບການນຳຂັ້ນສູງບັນດາກຸ່ມບໍລິສັດ, ວິສາຫະກິດພາກພື້ນ ອາຊີ - ປາຊີຟິກ ກວ່າ 800 ຄົນເຂົ້າຮ່ວມ.
        ດ້ວຍຫົວເລື່ອງ: “ສ້າງກຳລັງໜູນໃໝ່ກວ່າອີກ, ພ້ອມກັນເພີ່ມພູນຄູນສ້າງອະນາຄົດ”, APEC CEO Summit 2017 ສຸມໃສ່ປຶກສາຫາລືບັນດາທ່າອ່ຽງໃໝ່ຂອງໂລກາພິວັດ, ການປະຕິວັດວິທະຍາສາດເຕັກໂນໂລຢີ, ເຊື່ອມຕໍ່ວິສາຫະກິດ, ເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງຂອງປະຊາຄົມວິສາຫະກິດຂຸດຄົ້ນກາລະໂອກາດໃໝ່ໃນພາກພື້ນ, ຍູ້ແຮງການຮ່ວມມືດ້ານເສດຖະກິດ ແລະ ຫັນບັນດາຄວາມສາມາດບົ່ມຊ້ອນກ່ຽວກັບການຄ້າ ແລະ ການລົງທຶນໂດຍ APEC ນຳມາໃຫ້ປະກົດຜົນຕົວຈິງ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ນອນໃນກຸ່ມ 20 ປະເທດທີ່ມີຂອບຂະໜາດການຄ້າໃຫຍ່ທີ່ສຸດໃນໂລກ

ຫວຽດນາມ ນອນໃນກຸ່ມ 20 ປະເທດທີ່ມີຂອບຂະໜາດການຄ້າໃຫຍ່ທີ່ສຸດໃນໂລກ

ການນຳເຂົ້າເກີນດຸນກໍ່ຫຼຸດລົງຢ່າງແຮງ, ຈາກກວ່າ 20 ຕື້ USD ຫຼຸດລົງເຫຼືອພຽງປະມານ 14 ຕື້ USD.

Top