• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກ ຊຸດທີ 12

      ຄະນະບໍລິຫານງານສູນກາງພັກ ຊຸດທີ 12 ໄດ້ປະກອບຄໍາເຫັນກ່ຽວກັບເລື່ອງວາງແຜນກໍານົດຄະນະບໍລິຫານງານສູນກາງພັກ ອາຍຸການ 2021 – 2026

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ເປັນປະທານກອງປະຊຸມ (ພາບ: VGP)
      ຕອນເຊົ້າວັນທີ 25 ທັນວາ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໄດ້ໄຂກອງປະຊຸມຄັ້ງທີ 9 ຢູ່ ນະຄອນຫຼວງຮ່່າໂນ້ຍ ໂດຍທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫງວຽນຝຸຈ້ອງ ເປັນປະທານກອງປະຊຸມ. ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ຊຸດທີ 12 ໄດ້ປະກອບຄໍາເຫັນກ່ຽວກັບເລື່ອງວາງແຜນກໍານົດຄະນະບໍລິຫານງານສູນກາງພັກ ອາຍຸການ 2021 – 2026; ດໍາເນີນການປ່ອນບັດໄວ້ວາງໃຈຂອງ ຄະນະບໍລິຫານງານສູນກາງພັກ ສໍາລັບບັນດາທ່ານ ກໍາມະການກົມການເມືອງ, ຄະນະເລຂາທິການສູນກາງພັກ; ປະກອບຄໍາເຫັນກ່ຽວກັບບົດລາຍງານສໍາຫຼວດການຊີ້ນໍາ, ນໍາພາຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ ປີ 2018. ກໍ່ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງ ຈະພິຈາລະນາ, ປະຕິບັດວິໄນພະນັກງານຕາມຂໍ້ກໍານົດຂອງພັກ.
        ກ່າວຄໍາເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງເນັ້ນໜັ້ກວ່າ: ເນື້ອໃນ ແລະ ເວລາຂອງກອງປະຊຸມສູນກາງພັກຄັ້ງນີ້ ບໍ່ຫຼາຍ, ແຕ່ບັນດາບັນຫາທີ່ກອງປະຊຸມຈະປຶກສາຫາລື ແລະ ຕັດສິນ ແມ່ນ ສໍາຄັນທີ່ສຸດ. ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີວ່າ ກອງປະຊຸມຕ້ອງເສີມຂະຫຍາຍພູມປັນຍາ, ໜ້າທີ່ຮັບຜິດຊອບຂອງ ພັກ ຕໍ່ປະຊາຊົນ ແລະ ປະເທດຊາດ ຢ່າງສູງສຸດ, ສຸມໃສ່ຄ້ົນຄວ້າ, ປຶກສາຫາລືຢ່າງເຖິງຖອງ, ປະກອບຄໍາເຫັນ ເພື່ອພິຈາລະນາ, ຕັດສິນເລື່ອງອອກມະຕິໃນຕອນທ້າຍຂອງກອງປະຊຸມ. ທ່ານກ່າວວ່າ:
        “ແຜນກໍານົດຄະນະບໍລິຫານງານສູນກາງພັກ ອາຍຸການ 2021 – 2026 ຍັງບໍ່ທັນ ແມ່່ນ ການຈັດຕັ້ງບຸກຄະລາກອນລະອຽດໃຫ້ແກ່ອາຍຸການໃໝ່ເທື່ອ, ແຕ່ແມ່ນຂັ້ນຕອນກະກຽມທີ່ສໍາຄັນທີ່ສຸດ, ແມ່ນພື້ນຖານໃຫ້ແກ່ວຽກງານບຸກຄະລາກອນຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 13 ຂອງພັກ.  ດັ່ງນັ້ນ, ໃນວິວັດແຫ່ງການປະຕິບັດຕ້ອງລະມັດລະວັງທີ່ສຸດ, ຮັບປະກັນຄວາມຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ ແລະ ບັນດາຂໍ້ກໍານົດຂອງພັກ ກ່ຽວກັບວຽກງານພະນັກງານ, ຕ້ອງມີຈິດໃຈທ່ຽງທໍາເຫັນແກ່ສ່ວນລວມ, ພາວະວິໄສ, ໂດຍສະເພາະແມ່ນບໍ່ພ້ອມພຸ້ນພ້ອມພີ້, ແນວຄິດສ່ວນບຸກຄົນ, ບໍ່ປະໃຫ້ບຸກຄົນທີ່ບໍ່ບັນລຸມາດຕະຖານເຂົ້າແຜນກໍານົດ ຢ່າງເດັດຂາດ, ໂດຍສະເພາະແມ່ນບຸກຄົນທີ່ມີປະກົດການເສື່ອມຖອຍແນວຄິດດ້ານການເມືອງ, ຄຸນສົມບັດ, ແບບແຜນການດໍາລົງຊີວິດ, “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ”, ມີທັດສະນະຜິດເຂວ, ບໍ່ສາມັກຄີີ, ສໍ້ລາດບັງຫຼວງ ແລະຫຍໍ້ທໍ້”.
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top