• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມກຳມາທິການກ່ຽວກັບບັນດາບັນຫາລັດຖະສະພາປະຊາຄົມບັນດາປະເທດໃຊ້ພາສາຝລັ່ງ


ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:TTXVN
 
      ​ຕອນ​ເຊົ້າ​ວັນ​ທີ 24/3, ກອງ​ປະ​ຊຸມ​ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ລັດ​ຖະ​ສ​ະ​ພາ​ຂອງ​ລັດ​ຖະ​ສະ​ພາ​ປະ​ຊາ​ຄົມບັນ​ດາ​ປະ​ເທ​ດ​ໃຊ້​ພາ​ສາ​ຝ​ລັ່ງ ໄດ້​ໄຂ​ຂຶ້ນ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 50 ຄົນ​ທີ່​ມາ​ຈາກ ຄະ​ນະ​ກຳ​ມາ​ທິ​ການ​ສະ​ມ​າ​ຊິກ​ຂອງ​ລັດ​ຖະ​ສະ​ພາ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝ​ລັ່ງ (APF), ຄະ​ນ​ະ​ເລ​ຂາ​ທິ​ການ APF, ຜູ້​ອຳ​ນວຍ​ການ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ຂອງ​ອົງ​ການ​ສາ​ກົນ​ໃຊ້​ພາ​ສາ​ຝ​ລັ່ງ, ຜູ້​ຕາງ​ຫນ້າ​ສະ​ຖານ​ທູດ​, ສະ​ຖາ​ນ​ກົງ​ສູນ​ປະ​ເທດ​ຈຳ​ນວນ​ຫນຶ່ງ. ກ່າວ​ຄຳ​ເຫັນ​ໄຂກອງ​ປະ​ຊຸມ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຟຸ່ງກວກ​ຫຽນ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ APF ດ້ວຍ​ບັນ​ດາ​ເປົ້າ​ໝາຍ​ຊຸກ​ຍູ້ ແລະ ປົກ​ປັກ​ຮັກ​ສາ​ປະ​ຊາ​ທ​ິ​ປະ​ໄຕ, ລັດ​ແຫ່ງ​ອຳ​ນາດ​ກົດ​ໝາຍ, ເຄົາ​ລົບ​ສິດ​ທິ​ມະ​ນຸດ, ຮັກ​ສາ ແລະ ພັດ​ທະ​ນາ​ລັກ​ສະ​ນະ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ. ຫວຽດ​ນາມ ເປັນ​ເຈົ້າ​ການ​ໃນ​ການ​ສະ​ເຫນີ​ບັນ​ດາ​ຂໍ້​ລິ​ເລີ່ມ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຍຸດ​ທະ​ສາດ, ລາຍ​ການ​ເຄື່ອນ​ໄຫວ​ຂອງ​ປະ​ຊາ​ຄົມ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ຄວາ​ມ​ເປັນ​ເອ​ກະ​ພາບ​ພາຍ​ໃນ​ກຸ່ມ, ເປີດກວ້າງ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ຜ່ານນັ້ນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ. 
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top