
ຕາມເວັບໄຊສະຖິຕິ worlometers.info, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 24 ພຶດສະພາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 167.510.005 ຄົນ, ໃນນັ້ນ ມີຫຼາຍກວ່າ 3,4 ລ້ານຄົນເສຍຊີວິດ. ມີຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 148 ລ້ານຄົນໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ.
ບັນດາປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດແມ່ນ ອາເມລິກາ, ອິນເດຍ, ບຣາຊິນ, ຝລັ່ງ, ຕວັກກີ, ລັດເຊຍ ແລະ ອັງກິດ.ສ່ວນຢູ່ ຫວຽດນາມ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາ 6 ໂມງ ຫາ ເວລາ 12 ໂມງຂອງວັນທີ 24 ພຶດສະພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 33 ຄົນ. ດັ່ງນັ້ນ, ຮອດເວລາ 12 ໂມງຂອງວັນທີ 24 ພຶດສະພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 5308 ຄົນ, ໃນນັ້ນມີ 43 ຄົນເສຍຊີວິດ.
(ແຫຼ່ງຄັດຈາກ VOV)