• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ-19: ໂລກມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 16 ລ້ານຄົນ

ຕາມການສະຖິຕິຂອງເວັບໄຊ worldmeters-info ແລ້ວ, ໄລ່ຮອດ 6 ໂມງຂອງວັນທີ 26 ກໍລະກົດ (ຕາມເວລາ ຫວຽດນາມ), ໂລກໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ແມ່ນ 16.171.030 ຄົນ, ໃນນັ້ນ ມີ 647.353 ຄົນເສຍຊີວິດ. 

 (ພາບປະກອບ/TTXVN)

ປະເທດ ອາເມລິກາ ສືບຕໍ່ນຳໜ້າໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ (ກ່ວາ 4,3 ລ້ານຄົນ) ແລະ ຜູ້ເສຍຊີວິດ (ເກືອບ 150.000 ຄົນ). ໃນ 24 ຊົ່ວໂມງຜ່ານມາ, ອາເມລິກາ ໄດ້ກວດພົບຜູ້ຕິດເຊື້ອລາຍໃໝ່ 60.549 ຄົນ ແລະ ມີ 830 ຄົນເສຍຊີວິດ.

          ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ 2 ແມ່ນປະເທດ ບຣາຊິນ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 2,4 ລ້ານຄົນ, ໃນນັ້ນ ມີ 86.449 ຄົນເສຍຊີວິດ.

 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top