• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ - 19 ຍັງສືບຕໍ່ແຜ່ລາມຢ່າງແຮງ

      ໄລ່ຮອດເວລາ 1 ໂມງຂອງວັນທີ 24 ທັນວາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດກວ່າ 79 ລ້ານຄົນ. 

ພະນັກງານການແພດ ສ.ເກົາຫຼີ ເອົາຕົວຢ່າງກວດເຊື້ອໄວຣັດ SARS – CoV – 2 (ພາບ: Yonhap/TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 24 ທັນວາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດກວ່າ 79 ລ້ານຄົນ, ໃນນັ້ນ ມີເກືອບ 1,74 ລ້ານຄົນເສຍຊີວິດ.
        ປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 334.128 ໃນຈຳນວນຜູ້ຕິດເຊື້ອສະສົມແມ່ນ 18.910.544 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊີນ.
        ໃນການຜັນແປທີ່ກ່ຽວຂ້ອງ, ນັບແຕ່ ເມື່ອພາຍຫຼັງ ອັງກິດ ປະກາດການກວດພົບເຊື້ອໄວຣັດ SARS – CoV – 2 ກາຍພັນເປັນ VUI – 202012/01, ຫຼາຍກວ່າ 40 ປະເທດໃນໂລກ ໄດ້ອອກຄຳສັ່ງຫ້າມ ຫຼື ຈຳກັດການໄປມາກັບປະເທດນີ້ ເພື່ອແນໃສ່ສະກັດກັ້ນການກາຍພັນຂອງເຊື້ອໄວຣັດ ເຊິ່ງໄດ້ຮັບຖືວ່າ ເຮັດໃຫ້ໂລກລະບາດໂຄວິດ - 19 ແຜ່ລາມໄວກວ່າ.
(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ວັນ​ທີ 19 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ ພົນ​ເອກ ຟານ​ວັນ​ຢາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເປັ​ນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ, ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ Rajnath Singth ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ.

Top