• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂບລີວີ ປາດຖະໜາຢາກເປີດກ້ວາງການຮ່ວມມືເສດຖະກິດກັບ ຫວຽດນາມ

ຫວ່າງແລ້ວນີ້, ທ່ານ ໂດບ໊າຄວາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊີນ ທັງຮັບຜິດຊອບດ້ານການທູດຢູ່ ໂບລີວີ ໄດ້ຍື່ນສານແຕ່ງຕັ້ງຕໍ່ທ່ານປະທານາທິບໍດີ ໂບລີວີ Evo Morales.
 
ທ່ານປະທານາທິບໍດີ Evo Morales (ພາບ: AFP/TTXVN 
 )

ພາຍຫລັງພິທີຍື່ນສານແຕ່ງຕັ້ງຢູ່ທຳນຽບປະທານາທິບໍດີ ໂບລີວີ ແລ້ວ, ທ່ານປະທານາທິບໍດີ Evo Morales ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ໂດບ໊າຄວາ ຢ່າງອົບອຸ່ນ. ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ໂດບ໊າຄວາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ດ້ວຍຖານະຕຳແໜ່ງຂອງຕົນ, ຈະຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາການພົວພັນທີ່ເປັນມູນເຊື້ອ, ມິດຕະພາບ, ຮ່ວມມືອັນດີງາມລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດ. ທ່ານເອກອັກຄະລັດຖະທູດ ໂດບ໊າຄວາ ກໍ່ສະເໜີຕໍ່ທ່ານປະທານາທິບໍດີ Evo Morales ຊີ້ນຳບັນດາອົງການທີ່ກ່ຽວຂ້ອງເລີ່ມເຄື່ອນໄຫວກົນໄກປຶກສາຫາລືດ້ານການເມືອງ ແລະ ຄະນະກຳມະການລະຫວ່າງລັດຖະບານ 2 ປະເທດ; ສະເໜີລັດຖະບານ ໂບລີວີ ຮັບຮອງເອົາກົນໄກເສດຖະກິດການຕະຫລາດຂອງ ຫວຽດນາມ ໂດຍໄວ, ຖືນີ້ແມ່ນການສະໜັບສະໜູນດ້ານການເມືອງ ແລະ ຄວາມສາມັກຄີຂອງ ໂບລີວີ ສຳລັບວິວັດການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງຂອງ ຫວຽດນາມ.

        ສ່ວນທ່ານປະທານາທິບໍດີ Evo Morales ຫວັງວ່າ: ການພົວພັນລະຫວ່າງ 2 ປະເທດ ສືບຕໍ່ພັດທະນາໃນໄລຍະຈະມາເຖິງ, ພິເສດແມ່ນເປີດກ້ວາງການຮ່ວມມືທາງດ້ານເສດຖະກິດ. ທ່ານ Evo Morales ຮັບຮູ້ການສະເໜີຂອງທ່ານເອກອັກຄະລັດຖະທູດ ແລະ ຈະຮັບຮອງເອົາກົນໄກເສດຖະກິດການຕະຫລາດຂອງ ຫວຽດນາມ ໂດຍໄວ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top