• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄສົກກະ​ຊວງການຕ່າງປະເທດຫວຽດນາມຕອບສໍາພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດຄັ້ງທີີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນວິວັດການສ້າງສັນຕິພາບ ແລະ ການປອດນິວເຄຼຍໃນແຫຼມເກົາຫຼີ.

ວັນທີ 28 ກຸມພາ, ເມື່ອຕອບສໍາພາດຕໍ່ນັກຂ່າວກ່ຽວກັບກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

          “ໃນສອງວັນທີ່ຜ່ານມາ, ຫວຽດນາມ ພ້ອມດ້ວຍປະຊາຄົມສາກົນ ໄດ້ຕິດຕາມຢ່າງໃກ້ຊິດການຜັນແປຂອງກອງປະຊຸມສຸດຍອດທີ່ສໍາຄັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ຮ່າໂນ້ຍ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນວິວັດການສ້າງສັນຕິພາບ ແລະ ການປອດນິວເຄຼຍໃນແຫຼມເກົາຫຼີ.

ທ່ານນາງ ເລທິທູຮັ່ງໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ:TTXVN)

 

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານ ສປປ.ເກົາຫຼີ  Kim Jong Un ໄດ້ຢັ້ງຢືນວ່າ ການພົບປະຢູ່ຮ່າໂນ້ຍ ແມ່ນບາດກ້າວເດີນສໍາຄັນໃນວິວັດການເຈລະຈາລະຫວ່າງສອງປະເທດ. ຜ່ານການເຈລະຈາທີ່ກອງປະຊຸມສຸດຍອດຄັ້ງນີ້, ການນໍາສູງສຸດຂອງທັງສອງຝ່າຍ ໄດ້ມີຄວາມມານະພະຍາຍາມຕັ້ງໜ້າຫຼາຍຢ່າງ ເພື່ອປຶກສາຫາລືກ່ຽວກັບຫຼາຍບັນດາສໍາຄັນທີ່ກ່ຽວຂ້ອງເຖິງສັນຕິພາບ, ການປອດນິວເຄຼຍໃນແຫຼມເກົາຫຼີ.

 

          ຫວຽດນາມກໍໄດ້ແບ່ງປັນຄວາມມຸ່ງມາດປາດຖະໜາຂອງປະຊາຄົມສາກົນ ແມ່ນບັນດາຝ່າຍສືບຕໍ່ດໍາເນີນການເຈລະຈາ ແກ້ໄຂບັນດາບັນຫາໃນແຫຼມເກົາຫຼີ ກໍຄືຊຸກຍູ້ການພົວພັນລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ; ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ສວມບົດບາດສ້າງສັນຕິພາບ, ສົມທົບກັນຊຸກຍູ້ວິວັດການສັນຕິພາບໃນແຫຼມເກົາຫຼີ.

(ແຫຼ່ງຄັດຈາກ VOV)

ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ພາ​ລະ​ກຳ​ສ້າງ​ສາ​ພັດ​ທະ​ນາຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ

ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ພາ​ລະ​ກຳ​ສ້າງ​ສາ​ພັດ​ທະ​ນາຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ

ວັນທີ 21 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການປຶກສາຫາລືເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່. ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເປັນປະທານວາລະປຶກສາຫາລື.

Top