ຂ່າວສານ
ໂຄງການກໍ່ສ້າງລານບິນສະໜາມບິນສາກົນໂນ້ຍບາຍ ແລະ ເຕິນເຊີນເຍິດເຂົ້າການເຄື່ອນໄຫວກ່ອນວັນທີ 31 ທັນວາ 2020

ກຳມະກອນບູລະນະລານບິນສະໜາມບິນສາກົນ ໂນ້ຍບາຍ (ພາບ: TTXVN)
ປັດຈຸບັນ, ເຕິນເຊີນເຍິດ ແລະ ໂນ້ຍບາຍແມ່ນສອງທ່າອາກາດສະຍານ ໃຫຍ່ທີ່ສຸດໃນທົ່ວປະເທດ ແລະ ມີບົດບາດສຳຄັນໃນການພັດທະນາເສດຖະກິດ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງ ປະເທດຊາດ.
ເພື່ອໂຄງການສຳເລັດຕາມກຳນົດ, ຮັບປະກັນຄຸນນະພາບ, ມີຄວາມປອດໄພໃນການເຄື່ອນໄຫວ ແລະ ກໍ່ສ້າງຢ່າງເດັດຂາດ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງໄດ້ຮຽກຮ້ອງໃຫ້ກະຊວງຄົມມະນາຄົມແລະຂົນສົ່ງຊື້ນຳບັນດາໜ່ວຍງານທີ່ກ່ຽວຂ້ອງ ຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ມີຄວາມປອດໄພຢ່າງເດັດຂາດ, ບໍ່ສົ່ງຜົນກະທົບຕໍ່ການເຄື່ອນໄຫວການບິນໃນໄລຍະດຳເນີນການກໍ່ສ້າງ, ຮັບປະກັນຄວາມຄືບໜ້າສຳເລັດໄລຍະທີ 1, ນຳເຂົ້າການເຄື່ອນໄຫວທັງສອງໂຄງການກ່ອນວັນທີ 31 ທັນວາ 2020 ເພື່ອຮັບໃຊ້ບຸນເຕັດ 2021.
(ແຫຼ່ງຄັດຈາກ VOV)